ສ້າງ​ສະ​ພາ​ປະ​ເມີນ​ຜົນ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​​ຢູ່ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ເຂດ​ພູ​ສູງ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຕົກລົງສ້າງຕັ້ງສະພາປະເມີນຜົນໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມເຂດພໍ່ແມ່ພີ່ນ້ອງຊົນເຜົ່າສ່ວນໜ້ອຍແລະເຂດພູສູງໄລຍະ 2021 – 2030.
ສ້າງ​ສະ​ພາ​ປະ​ເມີນ​ຜົນ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​​ຢູ່ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ເຂດ​ພູ​ສູງ - ảnh 1 ພາບປະກອບ: Chinhphu.vn

ລັດຖະມົນຕີກະຊວງແຜນການແລະການລົງທຶນເປັນປະທານສະພາ, ຮອງປະທານສະພາແມ່ນຮອງລັດຖະມົນຕີກະຊວງແຜນການແລະການລົງທຶນ. ສະພາປະເມີນຜົນມີໜ້າທີ່ຈັດຕັ້ງການປະເມີນບົດລາຍງານສະເໜີແຜນນະໂຍບາຍການລົງທຶນໂຄງການເພື່ອຍື່ນສະເໜີຕໍ່ລັດຖະບານ ພິຈາລະນາ, ຕົກລົງ, ຮຽກຮ້ອງໃຫ້ອົງການທີ່ໄດ້ຮັບໜ້າທີ່ກະກຽມບົດລາຍງານສະເໜີແຜນນະໂຍບາຍການລົງທຶນສະໜອງບັນດາເອກະສານ, ຂໍ້ມູນຂ່າວສານທີ່ກ່ຽວຂ້ອງໂຄງການເພື່ອຮັບໃຊ້ໃຫ້ແກ່ວຽກງານປະເມີນຜົນ, ເມື່ອມີຄວາມຈຳເປັນ  ຕ້ອງດັດປັບ, ເພີ່ມເຕີມເອກະສານ ເພື່ອຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການຂອງການປະເມີນຜົນ. ສະພາປະເມີນຜົນກໍ່ໄດ້ພິຈາລະນາ, ຕັດສິນແຜນການປະເມີນຜົນແລະບັນຫາຕ່າງໆທີ່ກ່ຽວຂ້ອງໃນວິວັດການປະເມີນຜົນບົດລາຍງານເພື່ອສະເໜີແຜນນະໂຍບາຍການລົງທຶນໂຄງການ.

ສ້າງ​ສະ​ພາ​ປະ​ເມີນ​ຜົນ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​​ຢູ່ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ເຂດ​ພູ​ສູງ - ảnh 2

ຕອບກັບ

ຂ່າວ/ບົດ​ອື່ນ