ສ້າງສາຍໂທລະສັບຕິດຕໍ່ໂດຍກົງລະຫວ່າງກະຊວງປ້ອງກັນປະເທດຫວຽດນາມແລະຈີນ

ສ້າງສາຍໂທລະສັບຕິດຕໍ່ໂດຍກົງລະຫວ່າງກະຊວງປ້ອງກັນປະເທດຫວຽດນາມແລະຈີນ - ảnh 1
ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ
(ພາບ​ປະ​ກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 31/12, ຢູ່​ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ, ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ, ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ ຫວຽດນາມ,​​ໄດ້​ມີ​ການ​​ໂທລະສັບ​ໂດຍ​ກົງ​ກັບ​ທ່ານ​ພົນ​ໂທ ຈາງວາງ​ແຈ໋ວງ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຈີນ​, ​ເນື່ອງ​ໃນ​ໂອກາດ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສອງ​ປະ​ເທດ ​ຫວຽດນາມ ​ແລະ ຈີນ ສ້າງ​ສາຍ​ໂທລະສັບຕິດຕໍ່​ໂດຍ​ກົງ​​ຢ່າງ​ເປັນ​ທາງ​ການ ​ແລະ ສອງ​ປະ​ເທດ​ກະກຽມ​ຕ້ອນຮັບ​ບຸນປີ​ໃໝ່ 2016, ສິ້ນ​ສຸດ​ປີ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ.

        ທີ່​ການ​ໂອ້​ລົມ​ທາງ​ໂທລະສັບ, ລັດຖະມົນຕີ​ວ່າການ​ທັງ​ສອງ​ທ່ານ​ຖື​ວ່າ, ​ເລື່ອງ​ສ້າງ​ຕັ້ງ​ສາຍ​ໂທລະສັບ​ຕິດ​ຕໍ່​ໂດຍ​ກົງ​ນີ້​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້ການ​ນຳ​ກອງ​ທັບ​ສອງ​ປະ​ເທດ​ແລກປ່ຽນ​ບັນດາ​ບັນຫາ​ສຳຄັນ​ໃນ​ການ​ພົວພັນ​ປ້ອງ​ກັນ​ປະ​ເທດ​ສອງ​ຝ່າຍ​ຢ່າງ​ທັນ​ການ. ລັດຖະມົນຕີ​ວ່າການ​ທັງ​ສອງ​ທ່ານຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ຖື​ວ່າ, ການ​ຮ່ວມ​ມື​ໄດ້​ນຳ​ມາ​ເຊິ່ງປະສິດທິ​ຜົນ​ຢ່າງ​ແທດ​ຈິງ. ນີ້ແມ່ນ​ໜຶ່ງ​ໃນ​ບັນາ​ເສົາ​ຄຳ້​ທີ່​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ປະກອບສ່ວນ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການພັດທະນາ​ຢູ່​ພາກ​ພື້ນ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ. ລັດຖະມົນຕີ​ວ່າການ​ທັງ​ສອງ​ທ່ານ​ເຫັນ​ດີ​ເປັນ​ເອກະ​ພາບ, ​ໃນ​ໄລຍະ​ຈະ​ມາ​ເຖິງ​ຄວນ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ປະ​ເທດ​ກວ່າ​ອີກ, ພິ​ເສດ​ແມ່ນ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ​ທຸກ​ຂັ້ນ, ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ - ຈີນ​ໃຫ້​ພັດທະນາ​ຢ່າງ​ປອດ​ໄສ ​ແລະ ໝັ້ນຄົງ.

ຂ່າວ/ບົດ​ອື່ນ