ສ້າງເງື່ອນໄຂເພື່ອການເຄື່ອນໄຫວການຄ້າຕ່າງປະເທດພັດທະນາ
ການປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຄຸ້ມຄອງການຄ້າ ຕ່າງປະເທດໃນວາລະປະຊຸມຂອງຄະນະປະຈຳສະພາແຫ່ງຊາດ |
(vovworld)- ໃນການປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການຄຸ້ມຄອງການຄ້າຕ່າງປະເທດໃນວາລະປະຊຸມຂອງຄະນະປະຈຳສະພາແຫ່ງຊາດເມື່ອຕອນເຊົ້າວັນທີ 14/9, ຢູ່ຮ່າໂນ້ຍ, ມີສ.ສ.ຊ ຫຼາຍທ່ານໄດ້ສະເໜີວ່າ ກົດໝາຍຄວນມີບັນດາຂໍ້ກຳນົດສ້າງເງື່ອນໄຂພັດທະນາການເຄື່ອນໄຫວການຄ້າຕ່າງປະເທດ, ຍົກສູງກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດໃນສະພາວະເຊື່ອມໂຍງເຂົ້າກັບເສດຖະກິດສາກົນທີ່ນັບມື້ນັບກ້ວາງເລິກ. ປະກອບຄຳເຫັນໃສ່ຮ່າງກົດໝາຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນຖືວ່າ : ລັດຖະທຳມະນູນປີ 2013 ໄດ້ກຳນົດວ່າ ມີພຽງແຕ່ກົດໝາຍຈຶ່ງຈຳກັດສິດເສລີໃນການດຳເນີນທຸລະກິດຂອງອົງການ, ສ່ວນບຸກຄົນ. ໃນຂະນະທີ່ການຈຳກັດບັນດາປະເພດສິນຄ້ານຳເຂົ້າ ແລະ ສົ່ງອອກ, ທີ່ຈິງແລ້ວ ກໍແມ່ນການຈຳກັດສິດເສລີໃນການດຳເນີນທຸລະກິດ. ດັ່ງນັ້ນ ຄວນກຳນົດລະອຽດກ່ຽວກັບສາລະບານສິນຄ້າຫ້າມນຳເຂົ້າ, ສົ່ງອອກໃນຮ່າງກົດໝາຍ ແນໃສ່ຮັບປະກັນພື້ນຖານດ້ານກົດໝາຍທີ່ໂປ່ງໃສ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວວ່າ : (ເທບ)
“ ຖ້າຫາກບໍ່ໄດ້ກຳນົດໃນກົດໝາຍນີ້, ແຕ່ມອບໝາຍໃຫ້ລັດຖະບານກຳນົດນັ້ນ, ແມ່ນຖືກກັບເນື້ອໃນຈິດໃຈຂອງລັດຖະທຳມະນູນຫຼືບໍ່ ? ພວກເຮົາຄວນກວດກາເພື່ອກຳນົດລະອຽດ. ແນ່ນອນວ່າ ເມື່ອລັດຖະບານບໍລິຫານ ກໍຈະສ້າງຄວາມພິບໄຫວໃນການຄຸ້ມຄອງການເຄື່ອນໄຫວການຄ້າຕ່າງປະເທດ, ແຕ່ວ່າ ມັນແຕະຕ້ອງເຖິງລັກສະນະໂປ່ງໃສ ແລະ ບັນດາສິ່ງທີ່ກົດໝາຍບໍ່ຫ້າມໃນການດຳເນີນທຸລະກິດ ”