ສ້າງເງື່ອນໄຂເພື່ອໃຫ້ບັນດາບໍລິສັດ ຍີ່ປຸ່ນ ລົງທຶນຢູ່ ຫວຽດນາມ

(VOVWORLD) - ວັນທີ 21 ສິງຫາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Hiroshi Hosoi ປະທານ - ຜູ້ອຳນວຍການໃຫຍ່ບໍລິສັດ JX NOEX (ຍີ່ປຸ່ນ).

 ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ຖືວ່າ: ການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ພວມຢູ່ໃນໄລຍະພັດທະນາຢ່າງດີງາມ, ແທດຈິງ ແລະ ຮອບດ້ານໃນທຸກຂົງເຂດ ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ.

ສ້າງເງື່ອນໄຂເພື່ອໃຫ້ບັນດາບໍລິສັດ ຍີ່ປຸ່ນ ລົງທຶນຢູ່ ຫວຽດນາມ - ảnh 1 ທີ່ການຕ້ອນຮັບ (ພາບ: TTXVN)

        ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນທີ່ສຸດການຮ່ວມມືເສດຖະກິດກັບ ຍີ່ປຸ່ນ, ຕີລາຄາສູງຄວາມມານະພະຍາຍາມຂອງລັດຖະບານ ແລະ ວິສາຫະກິດ ຍີ່ປຸ່ນ ໃນການບືນຕົວຂຶ້ນໃນຕຳແໜ່ງນຳໜ້າໃນບັນດາປະເທດ ແລະ ເຂດແຄ້ວນທີ່ມີການລົງທຶນເຂົ້າ ຫວຽດນາມ ໃນປີ 2017 ແລະ ປີ 2018. ບັນດາວິສາຫະກິດ ຍີ່ປຸ່ນ ທີ່ລົງທຶນເຂົ້າ ຫວຽດນາມ ແມ່ນມີອິດທິພົນຊື່ສຽງທີ່ສຸດ ແລະ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ, ສັງຄົມຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ