ສ້າງໂຄງປະກອບຂະແໜງກະສີກຳຄືນໃໝ່ເພື່ອເປັນແປ້ນຢັນໃຫ້ແກ່ການພັດທະນາແຂວງກອມຕຸມ


ສ້າງໂຄງປະກອບຂະແໜງກະສີກຳຄືນໃໝ່ເພື່ອເປັນແປ້ນຢັນໃຫ້ແກ່ການພັດທະນາແຂວງກອມຕຸມ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຫວຽດ​ນາມ ຫງວຽນ​ຈີ້​ຢຸງ

(vovworld)- ຕອນ​ເຊົ້າ​ວັນ​ທີ 13/8, ຢູ່​ນະ​ຄອນກອມ​ຕຸມ, ທ່ານ​ລັດ​ຖະ​ມົນ​ຕີກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຫວຽດ​ນາມ ຫງວຽນ​ຈີ້​ຢຸງ ພ້ອມ​ດ້ວຍ​ຄະ​ນະໄດ້​ເຮັດ​ວຽກ​ກັບ​ການ​ນຳຫຼັກ​ແຫຼ່ງ​ແຂວງກອມ​ຕຸມ​ກ່ຽວ​ກັບ​ສະ​ພາບ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ແຜນ​ການ​ລົງ​ທຶນ​ສາ​ທາ​ລະ​ນະ​ໄລ​ຍະ​ກາງ 2016-2020. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ລັດ​ຖະ​ມົນ​ຕີກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຫວຽດ​ນາມ ຫງວຽນ​ຈີ້​ຢຸງ ຖື​ວ່າ ກອມ​ຕຸມ​ຄວນ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ກະ​ສີ​ກຳ​ຄືນ​ໃໝ່​ຕາມ​ທິດ​ຜະ​ລິດ​ເຕັກ​ໂນ​ໂລ​ຢີ​ສູງ ເພື່ອ​ເປັນ​ແປ້ນ​ຢັນ​ໃຫ້​ແກ່​ການ​ພັດ​ທະ​ນາ. ທ່ານ​ລັດ​ຖະ​ມົນ​ຕີກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຫວຽດ​ນາມ ຫງວຽນ​ຈີ້​ຢຸງ ເນັ້ນ​ໜັກ​ວ່າ : 

    “ ການ​ໜູນ​ຊ່ວຍ​ໃຫ້​ແກ່​ບັນ​ດາ​ທ້ອງ​ຖິ່ນ, ແລ້ວ​ກໍ​ຮອດ​ການ​ລົງ​ທຶນ​ດ້ວຍ​ງົບ​ປະ​ມານ​ສູນ​ກາງ, ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ ແມ່ນ​ຫຍຸ້ງ​ຍາກ​ທີ່​ສຸດ. ດັ່ງ​ນັ້ນ ແຫຼ່ງ​ກຳ​ລັງ​ລົງ​ທຶນ​ໃຫ້​ແກ່​ພັດ​ທະ​ນາ​ທ້ອງ​ຖິ່ນ, ພວກ​ເຮົາ​ຕ້ອງ​ສ້າງ​ກົນ​ໄກ​ນະ​ໂຍ​ບາຍ​ເພື່ອ​ອາດ​ຈະ​ລະ​ດົມ​ໄດ້​ຈາກ​ບັນ​ດາ​ແຫຼ່ງ​ກຳ​ລັງ​ໃນ​ສັງ​ຄົມ ເພື່ອ​ເຂົ້າ​ຮ່ວມ​ການ​ລົງ​ທຶນ​ກັບ​ພວກ​ເຮົາ. ບັນ​ດາ​ຮູບ​ແບບ​ໃນ​ປະ​ຈຸ​ບັນຂອງ​ທ້ອງ​ຖິ່ນ ພວມ​ນຳ​ໃຊ້ ແລະ ຈະ​ໝູນ​ໃຊ້​ໃນ​ເງື່ອນ​ໄຂ​ຕົວ​ຈິງ​ຂອງກອມ​ຕຸມ​ເພື່ອ​ໃຫ້​ພວກ​ເຮົາ​ມີ​ກົນ​ໄກ​ນະ​ໂຍ​ບາຍ​ທີ່​ສອດ​ຄ່ອງ ”
ຂ່າວ/ບົດ​ອື່ນ