ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ແມ່ນໜຶ່ງໃນບັນດາໜ້າທີ່ການເມືອງຈຸດສຸມ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ
(ພາບ: Đức Tám/TTXVN)
(vovworld) – ວັນທີ 6/8, ຢູ່ຮ່າໂນ້ຍ, ລັດຖະບານໄດ້ຈັດຕັ້ງກອງປະຊຸມສະຫລຸບການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ 7 ເດືອນຕົ້ນປີ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ແລະ ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມ.
ເມື່ອສະຫລຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ແຫ່ງລັດ ຍູ້ແຮງການເຄື່ອນໄຫວດຳເນີນທຸລະກິດ ພ້ອມທັງການປະຕິບັດການສ້າງໂຄງປະກອບຄືນໃໝ່, ສຸມໃສ່ປັບປຸງຖັນແຖວພະນັກງານການນຳວິສາຫະກິດ. ເນັ້ນໜັກເລື່ອງສ້າງໂຄງປະກອບລັດວິສະຫະກິດແມ່ນໜຶ່ງໃນບັນດາໜ້າທີ່ທາງການເມືອງຈຸດສຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງສຸມໃສ່ຊີ້ນຳຢ່າງຂ້ຽວຂາດ ແນໃສ່ຮັບປະກັນຄວາມຄືບໜ້າປະຕິບັດບັນດາຈຸດໝາຍທີ່ໄດ້ວາງອອກຢ່າງມີປະສິດທິຜົນ...
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ຮຽກຮ້ອງໃຫ້ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມຕ້ອງມີບັນດານະໂຍບາຍເພື່ອແກ້ໄຂສະພາບການເຫຼືອຄົນງານໃນວິວັດທະນາການສ້າງໂຄງປະກອບຄືນໃໝ່ ແລະ ຫັນເປັນຫຸ້ນສ່ວນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດມີນະໂຍບາຍໜູນຊ່ວຍຊາວຊົນເຜົ່າປູກ ແລະ ຮັກສາປ່າ ຕິດພັນກັບການຊີ້ນຳຜັນຂະຫຍາຍສ້າງໂຄງປະກອບບັນດານິຄົມປ່າໄມ້ຂອງລັດ.