ສາຍພົວພັນລະຫວ່າງ ຕວກກີ ແລະ Xyri ນັບນື້ນັບເຄັ່ງຕຶງ

ສາຍພົວພັນລະຫວ່າງ ຕວກກີ ແລະ Xyri ນັບນື້ນັບເຄັ່ງຕຶງ - ảnh 1
( ພາບ : http://tintuc.me)

ວັນ​ທີ 7 ທັນວາ, ປະ​ເທດ ຕວກກີ ​ໄດ້​ປະກາດຫຼາຍ​ມາດ​ມາດ​ຕະການ​ລົງ​ໂທດ​ໃໝ່​ຕ້ານ Xyri ​ໃນ​ສະພາບ​ການ​ທີ່ 2 ປະ​ເທດ​ນັບ​ມື້​ນັບ​ເຄັ່ງ​ຕຶງ​​ເຊິ່ງກ່ຽວຂ້ອງ​ເຖິງ​ບັນດາ​ການ​ປາບ​ປາມ​ຜູ້​ແຫ່ຂະ​ບວນປະ​ທ້ວງຂອງ​​ອຳນາດການ​ປົກຄອງ Damacus. ລັດຖະມົນຕີ​ກະຊວງ​ພາສີ ​ແລະ ການ​ຄ້າ ຕວກກີ Hayati Yazici ​ໃຫ້​ຮູ້​ວ່າ ຕວກກີ ຈະ​ຈັດ​ວາງອັດຕາ​ພາສີ​ 30% ສຳລັບ​ບັນດາ​ຜະລິດ​ຕະພັນ​ທີ່​ນຳ​ເຂົ້າ​ຈາກ Xyri. ນອກຈາກ​ນັ້ນ, Ankara ກໍ່​ຫ້າມ​ລົດ​ໃຫຍ່​ທີ່​ຂື້ປ້າຍ​ທະບຽນ​ຢູ່ Xyri ​ແລະ ມີ​​​ເວລາ​ນຳ​​ໃຊ້​ກວ່າ 20 ປີ ​ໄປມາ​ຢູ່​ປະ​ເທດ​ນີ້. ກ່ອນ​ໜ້າ​ນັ້ນ, ຕວກກີ ​ໄດ້ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ​ຕ້ານລະບອບ​ຂອງ​ທ່ານ​ປະທານາທິບໍດີ Xyri Bashar Al Assad, ​ເຊິ່ງຕາມ​ນັ້ນ​ແລ້ວ ຕວກກີ ຫ້າມບັນດາ​ການ​ຕິດ​ຕໍ່​ພົວພັນ​ກັບ​ລັດຖະບານ ​ແລະ ທະນາຄານ​ສູນ​ກາງ ກໍ່​ຄືປິກ​ລ້ອມ​ຊັບ​ສົມ​ບັດ​ຂອງ​ລັດຖະບານ Xyri ຢູ່ ຕວກກີ. Xyri ​ໄດ້​​ໂຕ​ຕອບ​ດ້ວຍ​ການ​ຢຸດ​ການ​ປະຕິບັດສັນຍາ​ການ​ຄ້າເສລີ 2 ຝ່າຍ​ທີ່​ໄດ້​ຮັບ​ການ​ລົງ​ນາມ​​ເມື່ອ​ປີ 2004, ພ້ອມ​ກັນ​ນັ້ນ​ກໍ່​ຈັດ​ວາງອັດຕາ​ພາສີ 30% ສຳລັບ​ສິ້ນ​ຄ້າ​ທີ່​ນຳ​​ເຂົ້າ​ຈາກ ຕວກກີ, ​ເພີ່ມ​ລາຄາ​ນ້ຳມັນ​ເຊື້ອ​​ໄພ ​ແລະ ກໍ່ສິ່ງກີດຂວາງ​ຕໍ່ການ​ຂົນ​ສົ່ງສິ້ນຄ້າ​.
ຂ່າວ/ບົດ​ອື່ນ