ສາຍພົວພັນລະຫວ່າງ ຫວຽດນາມ-ອົດສະຕາລີ ຈະສືບຕໍ່ພັດທະນາ ຢ່າງແຮງ
ທ່ານນາງ Quentin Bryce ໃຫ້ການຕ້ອນຮັບທ່ານເລືອງແທງງີ້
(ພາບ : ສະຖານທູດຫວຽດນາມປະຈຳອົດສະຕາລີ)
(vovworld)- ວັນທີ 27/2, ທ່ານເອກອັກຄະລັດຖະທູດປະເທດ ສສ ຫວຽດນາມ ເລືອງແທງງີ້ ໄດ້ຍື່ນສານຕາຕັ້ງຕໍ່ທ່ານນາງ Quentin Bryce ຜູ້ມີສິດອຳນາດເຕັມແຫ່ງອົດສະຕາລີ.
ນະທີ່ນີ້, ທ່ານນາງ Quentin Bryce ສະແດງຄວາມພຶງພໍໃຈຕໍ່ການພັດທະນາຢ່າງແຮງ, ມີປະສິດທິຜົນ ແລະ ແທດຈິງໃນການພົວພັນສອງປະເທດ, ໂດຍສະເພາະແມ່ນນັບແຕ່ສອງປະເທດສ້າງຕັ້ງ ແລະ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານປີ 2009. ທ່ານນາງເຊື່ອໝັ້ນວ່າ, ດ້ວຍເລື່ອງສອງປະເທດສືບຕໍ່ສ້າງ ແລະ ປະຕິບັດໂຄງການດຳເນີນງານ 2014-2016 ພາຍຫລັງສິ້ນສຸດໂຄງການດຳເນີນງານ 2010-2013 ຢ່າງຈົບງາມ, ການພົວພັນລະຫວ່າງສອງປະເທດໃນບັນດາຂົງເຂດຈະສືບຕໍ່ພັດທະນາຢ່າງແຮງ. ທ່ານນາງຜູ້ມີອຳນາດເຕັມກໍ່ປາດຖະໜາວ່າ, ຫວຽດນາມ ຈະເຂົ້າຮ່ວມແຜນການໂກລົມໂບໃໝ່ຂອງອົດສະຕີ ໂດຍໄວ ເພື່ອແນໃສ່ຍູ້ແຮງການພົບປະແລກປ່ຽນລະຫວ່າງ ປຊຊ ສອງປະເທດ, ໂດຍສະເພາະແມ່ນລຸ່ນໜຸ່ມ./.