ສາຍຟິມຮູບເງົາ“ປ້ອມປືນໃຫຍ່ Brest”ເນື່ອງໃນຊຸມວັນວັດທະນະທຳເບລາຣຸດຢູ່ຫວຽດນາມ

ສາຍຟິມຮູບເງົາ“ປ້ອມປືນໃຫຍ່ Brest”ເນື່ອງໃນຊຸມວັນວັດທະນະທຳເບລາຣຸດຢູ່ຫວຽດນາມ - ảnh 1
(ພາບ​ປະ​ກອບNews.cn)

(vovworld) – ເນື່ອງ​ໃນ​ໂອກ​າດ “ຊຸມ​ວັນ​ວັດ​ທະ​ນະ​ທຳ ເບ​ລາ​ຣຸດ ຢູ່ ຫວຽດ​ນາມ” ແຕ່​ວັນ​ທີ 3 – 7/11, ຕອນ​ບ່າຍ​ວັນ​ທີ 2/11, ຢູ່​ໂຮງ​​ຮູບ​ເງົາ ແທ໋ງ​ຢ໋ອງ, ທີ່​ຮ່າ​ໂນ້ຍ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ເບ​ລາ​ຣຸດ ໄດ້​ສົມ​ທົບ​ກັບ​ສະ​ຖານ​ທູດ ສ. ເບ​ລາ​ຣຸດ ປະ​ຈຳ ຫວຽດ​ນາມ ຈັດ​ຕັ້ງ​ການ​ແນະ​ນຳ ແລະ ສາບ​ຟິມ “ປ້ອມ​ປືນ​ໃຫຍ່ Brest”. ກ່າວ​ຄຳ​ເຫັນ​ທີ່​ການ​ສາຍ​ຟິມ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ເບ​ລາ​ຣຸດ ຫງວຽນ​ທ໋າຍ​ລາຍ, ເນັ້ນ​ໜັກ​​ວ່າບ​ັນ​ດາ​ການ​ເຄື​່​ອນ​ໄຫວ​ໃນ​ຂອບ​ເຂດ “ຊຸມ​ວັນ​ວັດ​ທະ​ນະ​ທຳ ເບ​ລາ​ຣຸດ ຢູ່ ຫວຽດ​ນາມ” ຈະ​ປະ​ກອບ​ສ່ວນ​ຊ່ວຍ​ໃຫ້ ປະ​ຊາ​ຊົນ ຫ​ວຽດ​ນາມ ເຂົ້າ​ໃຈ​ຕື່ມ​ອີກ ແລະ ຮັກ​ແພງ​ປະ​ເທດ ເບ​ລາ​ຣຸດ ​ຍິ່ງກ່​ວາ​ອີກ, ປະ​ກອບ​ສ່ວນ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ ຫວຽດ​ນາມ - ເບ​ລາ​ຣຸດ.


ຂ່າວ/ບົດ​ອື່ນ