(ພາບປະກອບ)
|
(vovworld)- ເນື່ອງໃນໂອກາດສະເຫຼີມສະຫຼອງ 87 ປີແຫ່ງ ວັນສ້າງຕັ້ງພັກກອມມູນິດຫວຽດນາມ (3/2/1930-3/2/2017), ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ສົ່ງສານຊົມເຊີຍເຖິງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ. ສານຊົມເຊີຍຂອງຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວໄດ້ຊີ້ແຈ້ງວ່າ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບພັກ, ລັດ ແລະ ປະຊາຊົນຫວຽດນາມຮັກສາ, ຖະຫນຸຖະໜອມ ແລະ ເພີ່ມພຸນຄູນສ້າງສາຍພົວພັນຫວຽດນາມ-ລາວໃຫ້ນັບມື້ນັບແຕກດອກອອກຜົນ ກໍຄືເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ. ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າສະແດງຄວາມຄວາມຮູ້ບຸນຄຸນ ແລະ ຂອບໃຈນຳ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຊຶ່ງຍາມໃດກໍໃຫ້ການສະໜັບສະຫນູນ, ຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ມີປະສິດທິຜົນຕໍ່ພາລະກິດປະຕິວັດຂອງລາວໃນຕະຫຼອດໄລຍະທີ່ຜ່ານມາ.
ຂະນະດຽວກັນ, ຄະນະບໍລິຫານງານສູນກາງພັກ ປະຊາຊົນກຳປູເຈຍກໍໄດ້ສົ່ງສານຊົມເຊີຍເຖິງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 87 ປີແຫ່ງ ວັນສ້າງຕັ້ງພັກກອມມູນິດຫວຽດນາມເຊັ່ນດຽວກັນ.