ສານຕຸລາການສາກົນກຳນົດເວລາເພື່ອໃຫ້ຈີນມີຄຳຕອບຕໍ່ໃບຮ້ອງຟ້ອງຂອງຟິລີບປີນ

ສານຕຸລາການສາກົນກຳນົດເວລາເພື່ອໃຫ້ຈີນມີຄຳຕອບຕໍ່ໃບຮ້ອງຟ້ອງຂອງຟິລີບປີນ - ảnh 1
ທ່ານ Benigno Aquino, ປະທານາທິບໍດີ ຟິລີບປີນ
ພາບ:tuoitre


(vovworld)- ສານ​ຕຸລາການສາກົນ ​ໂດຍ ສປຊ ຫນູນ​ຫລັງ, ຊື່​ງ​ແມ່ນ​ອົງການ​ໃບຮ້ອງ​ຟ້ອງ​ຂອງ ຟິລີບ​ປີນ ກ່ຽວ​ກັບ​ຄວາມ​ຂັດ​ແຍ້​ງອະທິປະ​ໄຕ​ທະ​ເລ​ໝູ່​ເກາະ​ກັບ​ຈີນ ບົນ​ທະ​ເລ​ຕາ​ເວັນ​ອອກ ​ໄດ້​ກຳນົດ​ເວລາເພື່ອ​ໃຫ້​ ປັກ​ກີ​ງ ສົ່ງ​ຫລັກ​ມູນ​​ທາງ​ການ​ກ່ອນວັນ​ທີ 15/12 ຈະ​ມາ​ເຖິງ. ສານ​ຕຸລາການສາກົນ ມີ​ສຳນັກງານ​ຢູ່​ສານ​ຕຸລາການ​ປະຈຳ (PCA) ທີ່ລາ​ໄຮ ປະ​ເທດ ​ໂຮ​ນລັງ ​ໄດ້​ກຳນົດ​ເວລາ​ດັ່ງກ່າວ ​ໂດຍ​ບໍ່​ຫົວຊາ​ຕໍ່​​ເລື່ອງ​ວັນ​ທີ 21/5 ​ໄດ້​ຮັບ​ຈົດໝາຍ​ບັນທຶກຂອງ​ປັກ​ກີ່​ງ ຢືນຢັນ: ຈີນ ບໍ່​ຍອມຮັບ​ກໍລະນີ​ຮ້ອງ​ຟ້ອງ​ຂອງ ມາ​ນີລາ. ອົງການ​ຕຸລາການ ລວມມີ  ສະມາຊິກ 5 ທ່ານ ​ໄດ້​ຢືນຢັນ​ວ່າ: ​ເຂົາ​ເຈົ້າ​ມີ​ພັນທະ​ຮັບປະກັນ​ໃຫ້​ແຕ່ລະ​ຝ່າຍ ມີ​ໂອກາດ​ພຽງພໍ​ເພື່ອ​ຮັບ​​ຟັງ ​ແລະ ສະ​ເຫ​ນີ​​ເລື່ອງ​ຂອງ​ຕົນ.

ປີ 2013, ຟິລິບ​ປິ​ນ ​ໄດ້​ຍື່ນ​ສະ​ເຫ​ນີ​ເອກະສານ ລວມມີ 4000 ຫນ້າ ​ຂຶ້ນ ສານ​ຕຸລາການ​ສາກົນ , ​ໃນ​ນັ້ນ ຍົກ​ອອກ​ຫລັກ​ມູນ ​ແລະ ພະຍານ​ຫລັກ​ຖານດ້ານນິຕິກຳ, ຄັດຄ້ານ​ຖະ​ແຫລ​ງການອະທິປະ​ໄຕ​ຂອງ​ຈີນ ສຳລັບ​ເຂດ​ທະ​ເລ​ຕາ​ເວັນ​ອອກ​ເກືອບ​ທັງ​ໝົດ, ​ໂດຍ​ບໍ່​ມີ​ຄຸນຄ່າ ​ແລະ ຜິດ​ກົດໝາຍ ຕາມ​ສົນທິ​ສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ຂອງ ສປຊ.

ຂ່າວ/ບົດ​ອື່ນ