ສານສູງສຸດ ອາເມລິກາ ອະນຸຍາດໃຫ້ ປະທານາທິບໍດີ ອາເມລິກາ ນຳໃຊ້ເງິນຂອງກະຊວງປ້ອງກັນປະເທດກໍ່ສ້າງກຳແພງຊາຍແດນ
(VOVWORLD) - ໂຄງການກໍ່ສ້າງກຳແພງຊາຍແດນລະຫວ່າງ ອາເມລິກາ - ເມັກຊີໂກແມ່ນຄຳໝັ້ນສັນຍາທີ່ສຳຄັນໃນບັ້ນຂົນຂວາຍຫາສຽງເລືອກຕັ້ງຂອງປະທານາທິບໍດີ Donald Trump.
ວັນທີ 26 ກໍລະກົດ, ສານສູງສຸດໄດ້ປະຕິເສດຄຳຕັດສິນກ່ອນໜ້ານັ້ນຂອງສານຂັ້ນລຸ່ມ ແລະ ເຫັນດີໃຫ້ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump ນຳໃຊ້ບ້ວງງົບປະມານຈາກກະຊວງປ້ອງກັນປະເທດ ອາເມລິກາ ເຂົ້າໃນການກໍ່ສ້າງກຳແພງລຽບຕາມຊາຍແດນລະຫວ່າງ ອາເມລິກາ ແລະ ເມັກຊີໂກ. ດ້ວຍຄຳຕັດສິນນີ້, ອຳນາດການປົກຄອງ ປະທານາທິບໍດີ Donald Trump ອາດສາມາດນຳໃຊ້ບ້ວງເງິນ 2,5 ຕື້ USD ຈາກງົບປະມານການປ້ອງກັນ ແລະ ຕ້ານຢາເສບຕິດຂອງທຳນຽບຫ້າແຈເພື່ອໃຊ້ຈ່າຍເຂົ້າໃນການປ່ຽນແທນບັນດາຮົ້ົ້ວກັ້ນໃນປັດຈຸບັນຢູ່ Arizona, California ແລະ ເມັກຊີໂກ. ໂຄງການກໍ່ສ້າງກຳແພງຊາຍແດນລະຫວ່າງ ອາເມລິກາ - ເມັກຊີໂກແມ່ນຄຳໝັ້ນສັນຍາທີ່ສຳຄັນໃນບັ້ນຂົນຂວາຍຫາສຽງເລືອກຕັ້ງຂອງປະທານາທິບໍດີ Donald Trump.