ສານສູງສຸດຍີ່ປຸ່ນສະໜັບສະໜູນແຜນການຈັດວາງຖານທີ່ໝັ້ນການທະຫານຂອງອາເມລິກາຢູ່Okinawaຄືນໃໝ່

ສານສູງສຸດຍີ່ປຸ່ນສະໜັບສະໜູນແຜນການຈັດວາງຖານທີ່ໝັ້ນການທະຫານຂອງອາເມລິກາຢູ່Okinawaຄືນໃໝ່ - ảnh 1
ຝັ່ງ​ທະ​ເລ Henoko ຂອງ Okinawa,
 (ພາບ: Kyodo/ TTXVN)

(vovworld) –  ​ວັນ​ທີ 20/12, ສານ​ສູງ​ສຸດ ຍີ່​ປຸ່ນ ໄດ້​ຮອງ​ຮັບ​ຄຳ​ຕັ​ດ​ສິນ​ຂອງ​ສານ​ຂັ້ນ​ຕ່ຳ​ກ່​ວາ ເຊິ່ງສະ​ໜັບ​ສະ​ໜູນ​ແຜນ​ການ​ຂອງ​ອຳ​ນາດ​ການ​ປົກ​ຄອງ ໂຕ​ກຽວ ເພື່ອ​ແນ​ໃສ່​ຈັດ​​ວາງງ​ຖານ​ທີ່​ໝັ້ນ​ການ​ທະ​ຫານ​ຂອງ​ກອງ​ທັບອາ​ກາດ​ຂອງ ອາ​ເມ​ລິ​ກາ Marine Corps ຢູ່​ໃນ​ບໍ​ລິ​ເວນ​ໝູ່​ເກາະ Okinawa ຄືນໃໝ່, ໂດຍບໍ່​ຫົວ​ຊາ​ຕໍ່​ຄຳ​​ເຫັນ​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ ​​ທີ່​ທວງ​ໃຫ​້ຍ້າຍ​ຖານ​ທີ່​ໝັ້ນ​ນີ້​ອອກ​ຈາກ​ບໍ​ລິ​ເວນ​ແຂວງ​. ຕາມ​ຄຳ​ຕັດ​ສິນ​ຂອງ​ສານ​ສູງ​ສຸດ, ທ່ານ Takeshi Onaga, ເຈົ້າ​ແຂວງ Okinawa ​ໄດ້ມີ​ “ການ​ກະ​ທຳ​ຜິດ​ກົດ​ໝາຍ” ​ໃນ​ເດືອນ 10/2015 ເມື່ອ​ເກັບ​ຄືນ​ຂໍ້​ໃຫ້​ສັດ​ຕະ​ຍາ​ບັນ​ຂອງ​ເຈົ້າ​ແຂວງ​​ລຸ້​ນ​ກ່ອນ ກ່ຽວ​ກັບ​ແຜນ​ການ​ຍົກ​ຍ້າຍ, ໃນ​ນັ້ນ​ອະ​ນຸ​ຍາດ​ໃຫ້​ຖົມ​ດິນ​ເພື່ອກໍ່​ສ້າງ​ຖານ​ທີ່​ໝັ້ນ​ແຫ່ງ​ໃຫມ່​ຂອງ ອາ​ເມ​ລິ​ກາ. ທ່ານ Onaga ໃຫ້​ຮູ້​ວ່າ ຈະ​ຖອນ​ຄື​ນ​ຄຳ​ຕັດ​ສິນ​ດັ່ງ​ກ່າວ​​ໂດຍ​ໄວ, ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ທ່ານ​ຈະ​ຄົ້ນ​ຄ້​ວາ​ບັນ​ດາ​ວິ​ທີ​ອື່ນ​ເພື່ອ​ສະ​ກັດ​ກັ້ນ​ແຜນ​ການກໍ່​ສ້າງ​ຖານ​ທີ່​ໝັ້ນ​ແຫ່ງ​ໃໝ່​ຂອງກອງ​ທັບອາ​ກາດ ອາ​ເມ​ລິ​ກາ, ທີ່​ເຄີຍ​ ກໍ່​ຄວາມ​ຖົກ​ຖ​ຽງ​ກັນ​ໃນ​ໄລ​ຍະ​ຜ່ານ​ມາ.


ຂ່າວ/ບົດ​ອື່ນ