ສານອວຍພອນວັນຊາດ ກາຕາ
(VOVWORLD) -ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງສານອວຍພອນໄປຍັງມະຫາກະສັດ Sheikh Tamim Bin Hamad Al – Thani.
(ພາບປະກອບ: baotintuc.vn) |
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ກາຕາ ຄົບຮອບ 142 ປີ, ວັນທີ 17 ທັນວາ 2020, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງສານອວຍພອນໄປຍັງມະຫາກະສັດ Sheikh Tamim Bin Hamad Al – Thani. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງສານໄປຍັງທ່ານນາຍົກລັດຖະມົນຕີ ກາຕາ Sheikh Khalid Bin Khalifa bin Abdulaziz Al – Thani.
ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ກໍ່ໄດ້ສົ່ງສານອວຍພອນໄປຍັງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກາຕາ Sheikh Mohammed Bin Abdulrahman Bin Jassim Al – Thani.