(ພາບປະກອບ)
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນຊາດ ສສ. ຫວຽດນາມ (2/9/1945 – 2/9/2015), ການນຳພັກ, ລັດ ແລະ ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບສານອວຍພອນຂອງບັນດາການນຳຕ່າງປະເທດ. ນັ້ນແມ່ນ:
- ທ່ານປະທານາທິບໍດີ ສາທາລະນະລັດ ສະຫະພັນ ມຽນມາ Thein Sein; ທ່ານຮອງປະທານາທິບໍດີ ສາທາລະນະລັດ ສະຫະພັນ ມຽນມາ Sai Mauk Kham; ທ່ານຮອງປະທານາທິບໍດີ ສາທາລະນະລັດ ສະຫະພັນ ມຽນມາ Nyan Tun.
- ທ່ານ ພະບາດສົມເດັດ ພະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກ ໄທ ພູມີພົນ ອາດູນຍະເດດ
- ທ່ານປະທານາທິບໍດີ ສາທາລະນະລັດ ອິນເດຍ Pranab Mukherjee; ທ່ານນາຍົກລັດຖະມົນຕີ ສາທະລະນະລັດ ອິນເດຍ Narendra Modi.
- ທ່ານປະທານສະພາ ເອີຣົບ Donald Tusk; ທ່ານປະທານຄະນະກຳມະການ ເອີຣົບ Jean – Claude Juncker.
- ທ່ານປະທານາທິບໍດີ ຢູແກຼນ Petro Poroshenko; ທ່ານນາຍົກລັດຖະມົນຕີ ຢູແກຼນ Arseniy Yatsenyuk.
ແລະເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດ ສາທາລະນະລັດ ສະຫະພັນ ມຽນມາ Wunna Maung Lwin; ຜູ້ຕາງໜ້າຂັ້ນສູງສະຫະພາບ ເອີຣົບ ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ປ້ອງກັນຄວາມສະຫງົບ, ຮອງປະທານຄະນະກຳມະການ ເອີຣົບ Federica Mogherini ໄດ້ສົ່ງສານອວຍພອນເຖິງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ.