(ທ່ານ ເຈືອງເຕີ໋ນຊາງ ປະທານປະເທດ ຫວຽດນາມ)
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 68 ປີແຫ່ງວັນເອກະລາດສາທາລະນະລັດສະຫະພັນ ມຽນມາ (4/1/1948 – 4/1/2016), ວັນທີ 03/01/2016, ທ່ານ ເຈືອງເຕີ໋ນຊາງ ປະທານປະເທດ ຫວຽດນາມ ແລະ ທ່ານ ຫງວຽນເຕີ໋ນຢຸງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ສົ່ງສານອວຍພອນເຖິງທ່ານ Thein Sein ປະທານາທິບໍດີສາທາລະນະລັດສະຫະພັນ ມຽນມາ. ແລະກໍໃນວັນດຽວກັນ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ກໍ່ສົ່ງສານອວຍພອນເຖິງທ່ານ Wunna Maung Lwin ລັດຖະມົນຕີວ່າການກະຊວງການຕ່າງປະເທດສາທາລະນະລັດສະຫະພັນ ມຽນມາ.