ສາມັກຄີປະຕິບັດໜ້າທີ່ເປັນເສນາທິການໃຫ້ສູນກາງພັກ ກ່ຽວກັບເສດຖະກິດ - ສັງຄົມ
ທ່ານ ເວືອງດິງເຮ້ວ, ຫົວໜ້າຄະນະເສດຖະກິດສູນກາງ ໄດ້ມີການເຮັດວຽກກັບພະນັກງານ, ພາລະກອນຄະນະເສດຖະກິດສູນກາງ
(ພາບ: HH)
(vovworld) - ວັນທີ 5/2/2013, ຢູ່ສຳນັກງານຫ້ອງວ່າການສູນກາງພັກ, ທ່ານ ເວືອງດິງເຮ້ວ (Vuong Dinh Hue), ຫົວໜ້າຄະນະເສດຖະກິດສູນກາງ ໄດ້ມີການເຮັດວຽກກັບພະນັກງານ, ພາລະກອນຄະນະເສດຖະກິດສູນກາງ. ກ່ຽວຂ້ອງເຖິງໜ້າທີ່ໃນໄລຍະຈະມາເຖິງ, ທ່ານ ເວືອງດິງເຮ້ວ ສະເໜີໃຫ້ພະນັກງານ, ພາລະກອນຄະນະເສດຖະກິດສູນກາງຕ້ອງຊາບຊຶມໜ້າທີ່, ບົດບາດພາລະໜ້າທີ່ຂອງຄະນະແມ່ນອົງການເສນາທິການຂອງຄະນະບໍລິຫານງານສູນກາງຢ່າງຄົບຖ້ວນ ເຊິ່ງໂດຍກົງ ແລະ ເປັນປະຈຳແມ່ນກົມການເມືອງ, ຄະນະເລຂາກ່ຽວກັບແຜນນະໂຍບາຍ ແລະ ບັນດານະໂຍບາຍໃຫຍ່ເຊິ່ງນອນໃນຂົງເຂດ ເສດຖະກິດ - ສັງຄົມ, ພ້ອມທັງອີງໃສ່ 5 ໜ້າທີ່ຈຸດສຸມນັ້ນແມ່ນຄົ້ນຄ້ວາ, ສະເໜີ, ກວດກາຕີລາຄາ, ແນະນຳ, ກວດກາ, ຕິດຕາມກວດກາ, ປະກອບຄຳເຫັນກັບບັນດາອົງການມີໜ້າທີ່ຮັບຜິດຊອບໃນການແຕ່ງຕັ້ງ, ຍ້ອງຍໍຊົມເຊີຍ, ຕັດສິນລົງໂທດ ທີ່ມີຕໍ່ພະນັກງານທີ່ກົມການເມືອງ, ຄະນະເລຂາຄຸມຄອງ ທີ່ເຮັດວຽກໃນກຸ່ມເສດຖະກິດ - ສັງຄົມ ຕາມການຊັບຊ້ອນ, ແບ່ງຂັ້ນ, ປະຕິບັດບາງໜ້າທີ່ອື່ນໆ ໂດຍກົມການເມືອງ, ຄະນະເລຂາມອບໝາຍໃຫ້. ທ່ານ ເວືອງດິງເຮ້ວ ເນັ້ນໜັກວ່າ: ໜ້າທີ່ຂອງຄະນະເສດຖະກິດສູນກາງແມ່ນໜັກໜ່ວງທີ່ສຸດ, ພະນັກງານຄະນະເສດຖະກິດແຕ່ລະຄົນໃນບໍ່ວ່າຖານະຕຳແໜ່ງໃດໆ, ຄວນສືບຕໍ່ເສີມຂະຫຍາຍຄຸນນະທາດການເມືອງເປັນຢ່າງດີ, ເພີ່ມທະວີຄວາມສາມັກຄີ, ສົມທົບກັບວຽກງານພາຍໃນ ແລະ ນອກອົງການ, ຍາມໃດກໍ່ສະແດງນ້ຳໃຈຮັບຜິດຊອບ ແລະ ມີຫົວຄິດປະດິດສ້າງສູງໃນການອອກແຮງງານ.