ສາມັນຊົນ ອາບການິດສະຖານ ເສຍຊີວິດໃນການບຸກໂຈມຕີທາງອາກາດຂອງ ນາໂຕ
ທະຫານອາເມລິກາ ຢູ່ແຂວງ Kunar
(ພາບ: AFP)
(vovworld) - ມີສາມັນຊົນຢ່າງໜ້ອຍສຸດ 10 ຄົນ, ໃນນັ້ນມີແມ່ຍິງ ແລະ ເດັກນ້ອຍ ໄດ້ເສຍຊີວິດໃນການບຸກໂຈມຕີທາງອາກາດເມື່ອວັນທີ 7/9 ຂອງກຳລັງໜູນຊ່ວຍປ້ອງກັນຄວາມສະຫງົບສາກົນ ຢູ່ ອາບການິດສະຖານ (ISAF) ຢູ່ແຂວງ Kunar, ທາງທິດຕາເວັນອອກ ອາບການິດສະຖານ ໃກ້ກັບເຂດຊາຍແດນ ປາກິດສະຖານ. ຫົວໜ້າຕຳຫຼວດແຂວງ Kunar ທ່ານ Abdul Habib Sayedkhil ໃຫ້ຮູ້ວ່າ: ການບຸກໂຈມຕີທາງອາກາດ ເພື່ອແນ່ໃສ່ລົດຂົນສົ່ງ, ເຮັດໃຫ້ 10 ຄົນເສຍຊີວິດ ໃນນັ້ນມີ: ແມ່ຍິງ 4 ຄົນ, ເດັກນ້ອຍ 4 ຄົນ ແລະ ຜູ້ຂັບລົດ 2 ຄົນ. ໃນຂະນະນັ້ນ, ແຫຼ່ງຂ່າວຈາກເຈົ້າແຂວງໆນີ້ໃຫ້ຮູ້ວ່າ: ຈຳນວນສາມັນຊົນເສຍຊີວິດແມ່ນ 12 ຄົນ. ໃນຖະແຫຼງການຂອງຕົນ, ISAF ຢືນຢັນວ່າ: ການບຸກໂຈມຕີໄດ້ດັບສູນ “ທະຫານກະບົດ 10 ຄົນ” ແລະ ກຳລັງນີ້ບໍ່ທັນໄດ້ຮັບແຫຼ່ງຂ່າວໃດກ່ຽວກັບການເສຍຊີວິດ ແລະ ບາດເຈັບໃດໆຂອງສາມັນຊົນ. ປະຈຸບັນ, ISAF ພວມດຳເນີນການສືບສວນກ່ຽວກັບບັນດາຄຳກ່າວຫາດັ່ງກ່າວ.