ສາສະດາຈານVladimirKolotov:ຫວຽດນາມບໍ່ສາມາດເຫັນດີຕໍ່ກັບການກະທຳຂອງຈີນຢູ່ທະເລຕາເວັນອອກ

ສາສະດາຈານVladimirKolotov:ຫວຽດນາມບໍ່ສາມາດເຫັນດີຕໍ່ກັບການກະທຳຂອງຈີນຢູ່ທະເລຕາເວັນອອກ - ảnh 1
ສາດສະດາຈານ Vladimir Kolotov (ເບື້ອງຊ້າຍ) ຕ້ອນຮັບຄະນະຜູ້ແທນ ຫວຽດນາມ ໄປຢ້ຽມຢາມ ສະຖາບັນ ໂຮ່ຈີມິນ

(​vovworld) – ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ ວິທະຍຸ​ກະຈາຍສຽງ ຫວຽດນາມ ປະຈຳ​ສະຫະພັນ ລັດ​ເຊຍ, ຕໍ່ໜ້າ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ - 981 ​ໃນ​ເຂດ​ທະ​ເລ​ຂຶ້ນ​ກັບ​ເຂດ​ໄຫຼ່​ທະວີບ ​ແລະ ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ ຫວຽດນາມ, ນຳ​ໃຊ້​ກຳ​ປັ່ນ​ຫຼາຍ​ລຳ, ທັງ​ກຳ​ປັ່ນ​ການ​ທະຫານ​ເກາະ​ຜິດ​ກັບ​ກຳລັງ​ຕຳຫຼວ​ດທະ​ເລ ຫວຽດນາມ, ບຸກ​ໂຈມ​ຕີ​ຊາວ​ປະມົງ ຫວຽດນາມ ນັ້ນ..​.​ ສາດສະດາຈານ Vladimir Kolotov, ນັກ​ຄົ້ນ​ຄ້ວາ ຫວຽດນາມ, ຫົວໜ້າ​ວິຊາ​ປະຫວັດ​ສາດບັນດາ​ປະ​ເທດຕາ​ເວັນ​ອອກ​ໄກ, ຫົວໜ້າສະ​ຖາ​ບັນ ​ໂຮ່ຈີ​ມິນ ຂຶ້ນ​ກັບ​ພະ​ແນ​ກຝ່າຍ​ຕາ​ເວັນ​ອອກ - ມະຫາ​ວິທະຍາ​ໄລ​ສັງ​ລວມ​ແຫ່ງ​ຊາດ ​ແຊງ ​ເບ​​ແຕກ​ບົວ, ຖື​ວ່າສິ່ງ​ດັ່ງກ່າວ​ໄດ້​ລະ​ເມີດ​ກົດໝາຍ​ສາກົນ ​ແລະ ຊີ້​ແຈ້ງວ່າ ນັ້ນ​ແມ່ນ​ຍຸດ​ທະ​ສາດ​ຍາວ​ນານ​ຂອງ ຈີນ ​ເພື່ອ​ແນ​ໃສ່​ຄວບ​ຄຸມ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຂອງ ຫວຽດນາມ ນັບທັງ​ທະ​ເລ​ຕາ​ເວັນ​ອອກ. ສາດສະດາຈານ Vladimir Kolotov, ຖື​ວ່າ:

    “ຂ້າພະ​ເຈົ້າ​ຄິດ​ວ່າ, 2 ປະ​ເທດ ຈີນ ​ແລະ ຫວຽດນາມ ຄວນ​ອີງ​ໃສ່​ບັນດາ​ບົດຮຽນ​ທີ່​ດີ​ໃນ​ປະຫວັດສາດ​ເພື່ອ​ຜ່ານ​ຜ່າ​ການ​ທ້າ​ທາຍ​ຄື​ປະຈຸ​ບັນ. ບັນ​ດາ​ນັກ​ຍຸດ​ທະ​ສາດ​ຜູ້ມີ​ຜົນ​ສະທ້ອນ​ຈະ​ຕົກລົງ​ວ່າ ປະຈຸ​ບັນຕ້ອງເຮັດ​ຫຍັງ ​ແລະ ດຳ​ເນີນ​ຄື​ແນວ​​ໃດ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພໃນ​ພາກ​ພື້ນ ​ແລະ ຄວາມ​ສະຫງົບປອດ​ໄພ​ຂ​ອງ​ແຕ່ລະ​ປະ​ເທດ.”

    ​ເມື່ອ​ຕອບ​ຄຳ​ຖາມ​ຕໍ່​ນັກ​ຂ່າວ​ສຳນັກຂ່າວສານ AP ​ແລະ Reuters ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ໄດ້​ເວົ້າ​ວ່າ: “ຫວຽດນາມ ຈະ​​ບໍ່​ແລກ​ເອົາ​ສັນຕິພາບ, ​​ມິດຕະພາບ​ແບບ​ລະ​ເມີ​ເຟີ​ຝັນ ດ້ວຍ​ເອກະລາດ, ອະທິປະ​ໄຕ​ຂອງ​ຕົນ”, ສາດສະດາຈານ Vladimir Kolotov ​ເນັ້ນ​ໜັກ​ວ່າ: ສິ່ງ​ດັ່ງກ່າວ​​ແມ່ນ​ມູນ​ເຊື້ອ​ຂອງ​ຊາດ ຫວຽດນາມ ​ແລະ ບໍ່ມີ​ການ​ນຳ​ຜູ້​ໃດ​ຂອງ ຫວຽດນາມ ອາດ​ຈະ​ຕົກລົງຕໍ່​ການ​ກະທຳ​ຂອງ ຈີນ​ຢູ່​ທະ​ເລ​ຕາ​ເວັນ​ອອກ:

“ປະທານ ​ໂຮ່ຈີ​ມິນ​ໄດ້ ​ເວົ້າ​ວ່າ “ບໍ່​ມີຫຍັງ​​ລ້ຳ​ຄ່າ​ກ່ວາ​ເອກະລາດ, ​ເສ​ລີ​ພາບ”, ພາຍຫຼັງ​ໄຊຊະນະ ດ້ຽນບຽນ​ຝູ ພົນ​ເອກ ຫວໍ​ງວຽນ​ຢາ​ບກໍ່​ເວົ້າ​ວ່າ “ພວກ​ເພີ່ນ​ປະລາ​ໄຊ​ຍ້ອນ​ບໍ່​ເຂົ້າ​ໃຈ​ປະຫວັດສາດ​ຫວຽດນາມ”. ​​ເພື່ອ​ຍາດ​ເອົາເອກະລາດ, ອະທິປະ​ໄຕ, ​ເສລີ​ພາບໃຫ້​ແກ​່ປະ​ເທດ  ຫວຽດນາມ ​ຕ້ອງ​ເສຍສະຫຼະ​ເລືອດ​ເນື້ອ ບໍ່​ຈັກ​ວ່າ​ເທົາ​ໃດ, ດັ່ງ​ນັ້ນ​ຕ້ອງ​ຮັກສາ​ໄວ້, ນັ້ນ​ແມ່ນ​ອິດ​ທິພົນ​ຊື່​ສຽງ​ເຊິ່ງ ຫວຽດນາມ ​ຍາດ​ມາ​ໄດ້​ໃນ​ປະຫວັດສາດ​ນັບພັນ​ປີ​ຂອງ​ຕົນ. ​ແລະ ສະຕະວັດ​ທີ 20 ​ໄດ້ພິສູດ​ໃຫ້​ເຫັນ​ສິ່ງ​ດັ່ງກ່າວ​ຢ່າງ​ຈະ​ແຈ້ງ.”

    ກ່ຽວ​ກັບ​ບົດ​ຂຽນ​ຂອງ​ນັກ​ຂ່າວ ​ລັດ​ເຊຍ ​ໃນ​ແວບ​ໄຊ​ຂອງ​ສຳນັກ​ຂ່າວສານ​ລັດ​ເຊຍ Ria Novosti, ສາດສະດາຈານ Vladimir Kolotov ​ໃຫ້​ຮູ້​ວ່າ: Ria Novosti ​ແມ່ນ​ສຳນັກ​ຂ່າ​ວສານ​​ໂດ່​ງດັງ​ ​ແລະ ມີ​ອິດ​ທິພົນ​ຊື່​ສຽງ​ຂອງ ລັດ​ເຊຍ, ດັ່ງ​ນັ້ນ​ທ່ານ​ຮູ້ສຶກເສຍດາຍ​ເມື່ອ​ມີ​ບົດ​ຂຽນດ້ວຍ​ເນື້ອ​ໃນທີ່​ຜິດພາດ​ຄື​ແນວ​ນັ້ນ. ທ່ານ​ຖື​ວ່າ, ນີ້​ແມ່ນ​ຄຳ​ເຫັນ​ສ່ວນ​ຕົວ​ຂອງ​ຜູ້​ຂຽນ Kosyrev, ຫາກ​ບໍ່​ແມ່ນ​ທັດສະນະ​ທາງ​ການ​ຂອງ​ປະ​ເທດ ລັດ​ເຊຍ.

 


ຂ່າວ/ບົດ​ອື່ນ