ສຳນັກຂ່າວເອີລົບຍ້ອງຍໍສັນລະເສີນການພັດທະນາຕັ້ງໜ້າຂອງເສດຖະກິດຫວຽດນາມ

ສຳນັກຂ່າວເອີລົບຍ້ອງຍໍສັນລະເສີນການພັດທະນາຕັ້ງໜ້າຂອງເສດຖະກິດຫວຽດນາມ - ảnh 1
ພາບ​ປະ​ກອບ

(vovworld) – ​ເວັບ​ໄຊ​ຂ່າວ ເອີ​ລົບ EPI (Euro Presse Image) ຫາກໍ່​ມີ​ບົດ​ຂຽນ​ກ່ຽວ​ກັບ​ເສດ​ຖະ​ກ​ິດ ຫວຽດ​ນາມ, ໃນ​ນັ້ນ​ເນັ້ນ​ໜັກ​ວ່າ​: ປີ 2014, ເສດ​ຖະ​ກິດ ຫວຽດ​ນາມ ສືບ​ຕໍ່​ມີ​ສັນ​ຍານ​ພັດ​ທະ​ນາ​ຕັ້ງ​ໜ້າ​ຍ້ອນ​ໝາກ​ຜົນ​ຈາກ​ເລື່ອງ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ບໍ​ລິ​ຫານ​ເສດ​ຖະ​ກິດ​ຂອງ​ລັດ​ຖະ​ບານ​ພ້ອມ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ທົ່ວ​ລະ​ບົບ​ສັງ​ຄົມ. ຕາມ​ບົດ​ຂຽນ​ດັ່ງ​ກ່າວ​ແລ້ວ, ເສ​ດ​ຖະ​ກິດ​ມະ​ຫາ​ພາກ​ຂອງ ຫວຽດ​ນາມ ສືບ​ຕໍ່​ໄດ້​​ຮັກ​ສາ​ເປັນ​ປົກ​ກະ​ຕິ, ໄພ​ເງີນ​ເຟີ້​ໄດ​້​ຮັບ​ການ​ຄວບ​ຄຸມ​ເປັນ​ຢ່າງ​ດີ, ການ​ເຕີບ​ໂຕດີ​ພໍ​ສົມ​ຄວນ​ຢູ່​ໃນ​ບັນ​ດາ​ຂະ​ແໜງ, ຂົງ​ເຂດ​ຈຸດ​ສຸມ. ຄວາມ​ຫຍ​ຸ້ງ​ຍາກ​ຂອງວິ​ສາ​ຫະ​ກິດ​ພວມ​ຄ່ອຍໆ​ໄດ້​ຮັບ​ການ​ແກ້​ໄຂ, ຊີ​ວິດ​ຂອງ​ປະ​ຊາ​ຊົນ​ເປັນ​ປົກ​ກະ​ຕິ. ຄຽງ​ຂ້າງ​ບັນ​ດາ​ດ້ານ​ຕັ້ງ​ໜ້າ, ບົດ​ຂຽນ​ກໍ່​ໄດ້​ເຕື້ອງ​ເຖິງ​ບັນ​ດາ​ກາ​ນ​ທ້າ​ທາຍ​ຂອງ​ເສດ​ຖະ​ກິດ ຫວຽດ​ນາມ​ຄື: ວິ​ວັດ​ການ​ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຍັງ​ຊັກ​ຊ້າ, ໜີ້​ສິນ​ຍັງ​ສູງ​ຢູ່…

        ບົດ​ຂຽນ​ສະ​ຫລຸບ​ວ່າ: ປີ 2015 ຈະ​ສ້າງ​ກາ​ລະ​ໂອ​ກາດ​ໃຫ້ ຫວຽດ​ນາມ ເພື່ອ​ເຊື່ອມໂຍງ​​ເຂົ້າ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຍູ້​ແຮງ​ການ​ສົ່ງ​ອອກ - ນຳ​ເຂົ້າ, ຊຸກ​ຍູ້​ເສດ​ຖະ​ກິດ​ພັດ​ທະ​ນາ.

ຂ່າວ/ບົດ​ອື່ນ