ທ່ານນາງຮອງປະທານປະເທດຫງວຽນທິຢວານໄດ້ມອບນາມມະຍົດວິລະຊົນແຮງງານໃຫ້ແກ່ ສຳນັກພິມການເມືອງແຫ່ງຊາດ-ຊຶເທິດ |
(vovworld)- ຕອນເຊົ້າວັນທີ 5/12, ຢູ່ຮ່າໂນ້ຍ, ສຳນັກພິມການເມືອງແຫ່ງຊາດ-ຊຶເທິດ(ແປວ່າ ຄວາມຈິງ)ສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຂອງຕົນຊຶ່ງມີການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ, ອະດີດປະທານປະເທດ ເລດຶກແອງ, ອະດີດປະທານປະເທດ ເຈີນດຶກເລືອງ, ຮອງປະທານປະເທດຫງວຽນທິຢວານ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາງ ຮອງປະທານປະເທດຫງວຽນທິຢວານ ໄດ້ຮັບຮູ້ບັນດາຜົນງານປະກອບສ່ວນຂອງສຳນັກພິມການເມືອງແຫ່ງຊາດ-ຊຶເທິດໃນພາລະກິດປະຕິວັດຂອງຊາດຫວຽດນາມຜ່ານໄລຍະຕ່າງໆ. ທ່ານນາງຮອງປະທານປະເທດຫງວຽນທິຢວານ ກ່າວວ່າ :
“ ເພີ່ມທະວີການຊີ້ນຳກ່ຽວກັບທິດສະດີ, ເຜີຍແຜ່ບົດຮຽນໃນພຶດຕິກຳຕົວຈິງໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນຢ່າງມີປະສິດທິຜົນ, ປະກອບສ່ວນປະຕິບັດໜ້າທີ່ຍຸດທະສາດສ້າງສາ ແລະ ປັກປັກຮັກສາປະເທດຊາດຢ່າງມີໄຊ. ໝູ່ຄະນະພະນັກງານ, ກຳມະກອນ ສຳນັກພິມການເມືອງແຫ່ງຊາດ-ຊຶເທິດຄວນສືບຕໍ່ເສີມຂະຫຍາຍບົດບາດແມ່ນສຳນັກງານພິມຈຳໜ່າຍທິດສະດີການເມືອງກົດໝາຍທີ່ຫຼັກແຫຼ່ງຂອງພັກ ແລະ ລັດ, ປະກອບສ່ວນຮັກສາ ແລະ ເປີດກ້ວາງແນວຮົບດ້ານແນວຄິດຂອງພັກ, ປະຕິບັດບົດບາດເປັນເສນາທິການໃຫ້ແກ່ກົມການເມືອງ, ຄະນະເລຂາສູນກາງກ່ຽວກັບແຜນນະໂຍບາຍ, ນະໂຍບາຍ, ແຜນການຜະລິດປຶ້ມທິດສະດີເປັນຢ່າງດີ”
ເນື່ອງໃນໂອກາດນີ້, ໂດຍຕາງໜ້າໃຫ້ພັກ ແລະ ລັດ, ທ່ານນາງຮອງປະທານປະເທດຫງວຽນທິຢວານໄດ້ມອບນາມມະຍົດວິລະຊົນແຮງງານໃຫ້ແກ່ ສຳນັກພິມການເມືອງແຫ່ງຊາດ-ຊຶເທິດ.