ພາບປະກອບ:internet
|
(vovworld)- ນາຍົກລັດຖະມົນຕີຫວຽດນາມ ໄດ້ເຊັນອະນຸມັດແຜນຮ່າງສຳຫລວດ,ເກັບກຳຂໍ້ມູນຂ່າວສານກ່ຽວກັບສະພາບເສດຖະກິດສັງຄົມຂອງ 53 ຊົນເຜົ່າສ່ວນຫນ້ອຍ, ເພື່ອສ້າງລະບົບຂໍ້ມູນຂ່າວສານ, ຕົວເລກສະຖິຕິຮັບໃຊ້ການເຄື່ອນໄຫວຄຸ້ມຄອງລັດກ່ຽວກັບວຽກງານຊົນເຜົ່າ. ແຜນຮ່າງສຳຫລວດ, ເກັບກຳຂໍ້ມູນຂ່າວສານກ່ຽວກັບສະພາບເສດຖະກິດສັງຄົມຂອງ 53 ຊົນເຜົ່າສ່ວນຫນ້ອຍ ບໍ່ພຽງແຕ່ມຸ່ງໄປເຖິງການຕີລາຄາລະດັບພັດທະນາຂອງບັນດາຊົນເຜົ່າສ່ວນຫນ້ອຍເມື່ອທຽບໃສ່ລະດັບພັດທະນາລວມຂອງທົ່ວປະເທດເທົ່ານັ້ນ ຫາກແມ່ນການຕີລາຄາຄວາມສະເຫມີພາບລະຫວ່າງບັນດາເຜົ່າ. ຈາກນັ້ນ ເປັນປະຖົມປັດໄຈເພື່ອສ້າງນະໂຍບາຍຊົນເຜົ່າ ປະກອບສ່ວນສົ່ງເສີມ, ຫນູນຊ່ວຍ ເພື່ອໃຫ້ຊາວຊົນເຜົ່າເສີມຂະຫຍາຍກຳລັງແຮງພາຍໃນ,ຫລຸດຜ່ອນຄວາມຜິດໂຕນລະຫວ່າງລະດັບພັດທະນາຂອງບັນດາເຜົ່າ. ການສຳຫລວດຄັ້ງທີ 1 ແມ່ນປະຕິບັດໃນໄຕມາດທີ 1 ຂອງປີ 2015.