ສຳເລັດການຕີລາຄາສິ່ງແວດລ້ອມຍຸດທະສາດ, ຜົນກະທົບສິ່ງແວດລ້ອມ ແລະ ຄຳໝັ້ນສັນຍາປົກປັກຮັກສາສິ່ງແວດລ້ອມ

ສຳເລັດການຕີລາຄາສິ່ງແວດລ້ອມຍຸດທະສາດ, ຜົນກະທົບສິ່ງແວດລ້ອມ ແລະ ຄຳໝັ້ນສັນຍາປົກປັກຮັກສາສິ່ງແວດລ້ອມ - ảnh 1
(ທ່ານ​ຮອງ​ລັດຖະມົນຕີກະຊວງ​ຊັບພະຍາກອນ​ ​ແລະ
ສິ່ງ​ແວດ​ລ້ອມ ບຸ​ຍ​ແກ໋ກຕວຽນ, ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ)


(vovworld) – ວັນ​ທີ 19/09, ຢູ່​ຮ່າ​ໂນ້ຍ, ກະຊວງ​ຊັບພະຍາກອນ​ ​ແລະ ສິ່ງ​ແວດ​ລ້ອມ ​ໄດ້​ຈັດ​ກອງ​ປະຊຸມ​ລະດັບ​ຊາດ​ກ່ຽວ​ກັບ​ “ການ​ຕີ​ລາຄາ​ສະ​ພາບແວດ​ລ້ອມ​ຍຸດ​ທະ​ສາດ, ​ຕີ​ລາ​ຄາຜົນ​ກະທົບ​ຂອງ​ສິ່ງ​ແວດ​ລ້ອມ ​ແລະ ຄຳ​ໝັ້ນ​ສັນຍາ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ” ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້ຕາງໜ້າ​ກະຊວງ, ຂະ​ແໜງ​ການ ​ແລະ 63 ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ; ບັນດາ​ອົງການ​ສາກົນ…

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີກະຊວງ​ຊັບພະຍາກອນ​ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ ບຸ​ຍ​ແກ໋ກຕວຽນ ​ເນັ້ນ​ໜັກ​ວ່າ, ວຽກ​ງານ​ຕີ​ລາຄາ​ສິ່ງ​ແວດ​ລ້ອມ, ຕີ​ລາຄາ​ຜົນ​ກະທົບ​ຂອງ​ສິ່ງ​ແວດ​ລ້ອມ ​ໄດ້​ປະກອບສ່ວນ​​ຢ່າງຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ໃນ​ບັນດາ​ໄລຍະ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ປະ​ເທດ​ຊາດ. ​ເພື່ອ​ໃຫ້​ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມປີ 2014 ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ ​ແລະ ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຢ່າງ​ຕັ້ງໜ້າ, ກະຊວງ​ຊັບພະຍາກອນ​ ​ແລະ ສິ່ງ​ແວດ​ລ້ອມ ພວມ​ຮີບ​​ເຮັ່ງ​ສ້າງ​ຮ່າງ​ມະຕິ​ກ່ຽວ​ກັບ​ການວາງ​ແຜນການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຕີ​ລາຄາ​​ສະ​ພາບ​ແວດ​ລ້ອມ​ຍຸດ​ທະ​ສາດ ​​ແລະ ຕີ​ລາ​ຄາ​ຜົນ​ກະ​ທົບ​ຂອງ ສິ່ງ​ແວດ​ລ້ອມ ແລະ ​ສ້າງ​ແຜນ​ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ລັດຖະບານ​ໃນ​ເດືອນ 10/2014. ນີ​ແມ່ນ​ຂັ້ນ​ຕອນ​​ພື້ນ​ຖານເພື່ອ​ສຳ​​ເລັດ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການວາງ​ແຜນການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຕີ​ລາຄາ​ສະ​ພາບ​ແວດ​ລ້ອມ​ຍຸດ​ທະ​ສາດ, ຕີ​ລາຄາ​ຜົນ​ກະທົບ​​ຂອງ​ສິ່ງ​ແວດ​ລ້ອມ ແລະ ສ້າງ​ແຜນ​ການ​ປົກ​ປັກ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ, ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ລະ​ບອບ​ກົດ​ໝາຍ​ໃນ​ການ​ສະ​ກັດ​ກັ້ນ ຕ້ານ​ມົນ​ລະ​ພິດ, ສິ່ງ​ແວດ​ລ້ອມ​ຊ​ຸດ​ໂຊມ ຕໍ່​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ລົງ​ທຶນ​ພັດ​ທະ​ນາ.

ຂ່າວ/ບົດ​ອື່ນ