ສຳເລັດວຽກງານກະກຽມໃຫ້ແກ່ກອງປະຊຸມຮ່ວມມືບໍ່ລວມສູນ ຫວຽດນາມ - ຝລັ່ງ ຄັ້ງທີ 9

ສຳເລັດວຽກງານກະກຽມໃຫ້ແກ່ກອງປະຊຸມຮ່ວມມືບໍ່ລວມສູນ ຫວຽດນາມ - ຝລັ່ງ ຄັ້ງທີ 9 - ảnh 1
ກອງ​ປະຊຸມກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ຮ່ວມ​ມື​ບໍ່​ລວມສູນ ຫວຽດນາມ - ຝລັ່ງ ຄັ້ງ​ທີ 9
(ພາບ: vietnamplus.vn)

(vovworld) - ຄະນະ​ກຳມະການ​ປະສົມ​ຈັດ​ຕັ້ງກອງ​ປະຊຸມ​ຮ່ວມ​ມື​ບໍ່​ລວມສູນ ຫວຽດນາມ - ຝລັ່ງ ຄັ້ງ​ທີ 9 ​ໄດ້​ຈັດ​ກອງ​ປະຊຸມ​ໃນ​ວັນ​ທີ 21/05, ຢູ່​ນະຄອນຫຼວງ​ປາຣີ, ປະ​ເທດ​ຝລັ່ງ, ​ເພື່ອ​ປຶກສາ​ຫາລື​ບັນດາບັນຫາ​ສຸດ​ທ້າຍ​ຂອງ​ວຽກງານ​ຈັດ​ຕັ້ງ​ເຫດການ​ສຳຄັນ​​ເພື່ອເປີດ​ສາກ​ໃຫ້​ແກ່ ປີ​ພົວພັນ​ລະຫວ່າງ​ຫວຽດນາມ - ຝລັ່ງ. ກ​ອງປະຊຸມ​ຄັ້ງ​ນີ້​ໄດ້​ດຳ​ເນີນ​ໄປ​ແຕ່​ວັນ​ທີ 09 – 12/06, ຢູ່​ນະຄອນ Brest, ມຸ້ງ​ໄປ​ເຖິງ​ຈຸດໝາຍ​ໃຫຍ່​ແມ່ນ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ​ຝລັ່ງ, ຕາມ​ຈິດ​ໃຈ​ຄູ່​ຮ່ວມ​ມື ​ແລະ ອີ​ງ​ໃສ່​ພື້ນຖານ​ໝາກຜົນ​ຂອງ​ກອງ​ປະຊຸມ​ຄັ້ງ​ກ່ອນ ​ເຊິ່ງຖືກ​ດຳ​ເນີນ​ໄປ​ຢູ່​ນະຄອນ​ຫາຍ​ຟ່ອງ. ດ້ວຍ​ຫົວ​ຂໍ້​ທິ່ວ່າ “ມຸ້ງ​ໄປ​ເຖິງ​ຮູບ​ແບບ​ພັດທະນາ​ໃໝ່: ຫນ້າ​ທີ່​ຮັບ​ຜິດຊອບ ​ແລະ ​ໂອກາດ​ໃດ​​ໃຫ້​ແກ່​ບັນດາ​ທ້ອງ​ຖິ່ນ​ຂອງຝລັ່ງ, ຫວຽດນາມ ​ແລະ ຜູ້​ຮ່ວມ​ມືຂອງ​ທັງ 2 ຝ່າຍ?”, ກ​ອງປະຊຸມ​ໄດ້​ວາງ​ຈຸດ​ສຸມ​ໄຈ້​ແຍກ​ບັນດາ​ສິ່ງ​ທ້າ​ທາຍ ​ແລະ ​ແງ່​ຫວັງ, ການ​ພົວພັນ​ລະຫວ່າງ​ທ້ອງ​ຖິ່ນ​ຂອງ 2 ປະ​ເທດ. ທ່ານ Michel Morvan, ຮອງຜູ້ອຳນວຍການຍຸດ​ທະ​ສາດ​ເຂດ​ຕົວ​ເມືອງ Brest ​ໃຫ​້ຮູ້​ວ່າ.

  “ກອງປະຊຸມຄັ້ງນີ້ຈະພິຈາລະນາເລື່ອງຮ່ວມມືບໍ່ລວມສູນລະຫວ່າງບັນດາທ້ອງຖິ່ນຂອງຝລັ່ງ ແລະ ຫວຽດນາມ ໃນຫຼາຍຂົງເຂດຄື: ການສຶກສາ, ວັດທະນະທຳ, ເສດຖະກິດ, ພັດທະນາເຂດຕົວເມືອງ... ກອງປະຊຸມຈະເປີດໂອກາດເພື່ອໃຫ້ບັນດາການນຳຫວຽດນາມ ແລະ ຝລັ່ງ, ລະ​ຫວ່າງ​ທ້ອງ​ຖິ່ນ​ຂອງ 2 ຝ່າຍ ພ້ອມ​ກັນ​ຄົ້ນຄວ້າ ​ເພື່ອ​ຊອກ​ຫາ​ຮູບ​ແບບ​ພັດທະນາ​ການ​ຮ່ວມ​ມື​ໃໝ່. ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ໃນ​​ໄລຍະ 30 ປີ​ຈະ​ມາ​ເຖິງ, ພວກ​ເຮົາ​ຈະ​ພ້ອມ​ກັນ​ເຮັດ ​ແລະ ຜັນ​ຂະຫຍາຍ​ພື້ນຖານ​ໃໝ່, ຮູບ​ແບບ​ພັດທະນາ​ໃໝ່”.

ຂ່າວ/ບົດ​ອື່ນ