ສ.ເກົາຫຼີ ຊ່ວຍເຫຼືອເຂົ້າສານໃຫ້ແກ່ບັນດາແຂວງພາກກາງ ຫວຽດນາມ

(VOVWORLD) - ຕອນບ່າຍວັນທີ 03 ມີນາ, ທີ່ທ່າກ່ຳປັ່ນ ກາມແຣງ, ແຂວງ ແຄ໋ງຮ່ວາ, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພພິບັດທຳມະຊາດ ໄດ້ຈັດພິທີຮັບເຂົ້າສານ 5.300 ໂຕນຈາກລັດຖະບານ ສ.ເກົາຫຼີ

ທີ່ຊ່ວຍເຫຼືອສະໜັບສະໜູນໃຫ້ແກ່ປະຊາຊົນບັນດາແຂວງພາກກາງ ຫວຽດນາມ ຖືກເສຍຫາຍຢ່າງໜັກໜ່ວງ ຍ້ອນໄພພິບັດທຳມະຊາດເກີດຂຶ້ນໃນປີ 2017. ປະລິມານເຂົ້າສານດັ່ງກ່າວ ໄດ້ຈັດແບ່ງໃຫ້ປະຊາຊົນ 6 ແຂວງຄື : ແຄ໋ງຮ່ວາ, ຟູ໋ອຽນ, ບີງດິ້ງ, ຢາລາຍ, ກອມຕຸມ ແລະ ດັກລັກ.

        ລັດຖະບານ ສ.ເກົາຫຼີ ໂດຍຜ່ານກອງທຶນສະສົມເຂົ້າສານດ່ວນ ອາຊຽນ +3, ຊ່ວຍເຫຼືອໃຫ້ ຫວຽດນາມ ເຂົ້າສານ 10.000 ໂຕນ. ນີ້ແມ່ນເຄື່ອງຊ່ວຍເຫຼືອຖ້ຽວທຳອິດ.

ຕອບກັບ

ຂ່າວ/ບົດ​ອື່ນ