ສ.ເກົາຫຼີ ຢືນອັນດັບໜຶ່ງໃນບັນຊີລາຍຊື່ບັນດາປະເທດລົງທຶນເຂົ້າຮ່າໂນ້ຍ

ສ.ເກົາຫຼີ ຢືນອັນດັບໜຶ່ງໃນບັນຊີລາຍຊື່ບັນດາປະເທດລົງທຶນເຂົ້າຮ່າໂນ້ຍ - ảnh 1
(ພາບປະກອບ)

(vovworld) -     ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ການ​ພົວພັນ​ຫວຽດນາມ - ສ.​ເກົາຫຼີ, ທີ່​ການ​ຕ້ອນຮັບ ທ່ານ​ປະທານ​ສະມາຄົມ​ມິດຕະພາບ​ສ.​ເກົາຫຼີ - ຫວຽດນາມ Choi Yong Joo ທີ່​ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ​. ຕອນ​ບ່າຍວັນ​ທີ 12/11, ທ່ານ​ນາງ Nguyen Thi Bich Ngoc, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ​​ຢືນຢັນ​ວ່າ, ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ​ລະຫວ່າງ​ສ.​ເກົາຫຼີ - ຫວຽດນາມ​ເວົ້າ​ລວມ ​ແລະ ສ.​ເກົາຫຼີ - ຮ່າ​ໂນ້ຍ ​ເວົ້າ​ສະ​ເພາະ ​ນັບ​ມື້​ນັບ​ດີງາມ. ຜົນງານ​ນັ້ນມີ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ສະມາຄົມ​ມິດຕະພາບ​ຫວຽດນາມ - ສ.​ເກົາຫຼີ. ສະມາຄົມ​ໄດ້​ເປັນ​ຂົວ​ເຊື່ອມ​ຕໍ່​ເພື່ອ​ໃຫ້​ລັດຖະບານກໍ​ຄື ວິ​ສາ​ຫະກິດ​ສອງ​ຝ່າຍ​ເຂົ້າ​ໃຈ ​ແລະ ຮ່ວມ​ມື​ເຊິ່ງກັນ ​ແລະ ກັນ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຮ່າ​ໂນ້ຍ ປາດ​ຖະໜາວ່າ ​ຝ່າຍ​ສ.​ເກົາຫຼີ ຈະສືບ​ຕໍ່​ໜູນ​ຊ່ວຍ, ພິ​ເສດ​ແມ່ນ​ແບ່ງປັນ​ບົດຮຽນ​​ແກ້​ໄຂ​ສະພາບ​ລົດ​ຕິດ​, ພັດທະນາ​ເຕັກ​ໂນ​ໂລ​ຊີ, ສ້າງ​ອຳນາດ​ການ​ປົກຄອງເອ​ເລັກ​ໂຕ​ນິກ. ທ່ານ​ນາງ Nguyen Thi Bich Ngoc ​ໃຫ້​ຮູ້​ວ່າ ມາ​ຮອດ​ປະຈຸ​ບັນ, ສ.​ເກົາ​ຫຼີ ​ແມ່ນ​ນັກ​ລົງທຶນ​ໂດຍ​ກົງ​ໃຫຍ່​ທີ່​ສຸດ ດ້ວຍ 636 ​ໂຄງການ​, ກວມ​ກວ່າ 30% ຈຳນວນ​ໂຄງການ​ລົງທຶນ​ໂດຍ​ກົງຂອງ​ຕ່າງປະ​ເທດ​ຢູ່​ຮ່າ​ໂນ້ຍ ​ແລະ ຢືນ​ອັນ​ດັບ​ສອງ​ໃນ​ຍອດ​ຈຳນວນ​ເງິນ​ລົງທຶນ, ດ້ວຍ​ຈຳນວນ​ເງິນ 3,5 ຕື້ USD.

ຂ່າວ/ບົດ​ອື່ນ