(ເຂດອຸດສາຫະກຳລວມ Kaesong)
(vovworld) - ວັນທີ 29/07, ສ.ເກົາຫຼີ ໄດ້ສົ່ງສານເຖິງ ສປປ.ເກົາຫຼີ ສະເໜີດຳເນີນການເຈລະຈາຄັ້ງສຸດທ້າຍ ກ່ຽວກັບເລື່ອງອະນຸຍາດໃຫ້ເຂດອຸດສາຫະກຳລວມ Kaesong ເຄື່ອນໄຫວຄືນໃໝ່ ພາຍຫຼັງຖືກອັດປະຕູກວ່າ 3 ເດືອນຜ່ານມາ. ສານດັ່ງກ່າວບໍ່ສະເໜີໄລຍະເວລາ ກໍ່ຄືສະຖານທີ່ດຳເນີນການເຈລະຈາ, ແຕ່ສະເໜີໃຫ້ຝ່າຍ ສປປ.ເກົາຫຼີ ຕ້ອງມີຄຳຕອບຢ່າງໄວ້. ສ.ເກົາຫຼີ ໄດ້ຍົກອອກຂໍ້ສະເໜີດັ່ງກ່າວພາຍຫຼັງ 2 ຝ່າຍດຳເນີນການເຈລະຈາຂັ້ນນັກວິຊາການ 6 ຄັ້ງກ່ຽວກັບເຂດອຸດສາຫະກຳ Keasong ແຕ່ບໍ່ບັນລຸໄດ້ບາດກ້າວໃດໆ. ວັນທີ 28/07 ຜ່ານມາ, ທ່ານລັດຖະມົນຕີກະຊວງທ້ອນໂຮມປະເທດເປັນເອກະພາບ ສເກົາຫຼີ Ryoo Kihl Jae ໃຫ້ຮູ້ວ່າ ເຊີອູນ ຈະຍົກອອກຂໍ້ສະເໜີສຸດທ້າຍກ່ຽວກັບການເຈລະຈາກັບ ສປປ.ເກົາຫຼີ, ພ້ອມທັງກ່າວເຕື່ອນວ່າ ສ.ເກົາຫຼີ ອາດຈະຢຸດຕິການຮ່ວມມືກ່ຽວກັບເຂດອຸດສາຫະກຳລວມນີ້.