(vovworld) - ວັນທີ 06 ສິງຫາ, ກະຊວງທ້ອນໂຮມປະເທດເປັນເອກະພາບສ.ເກົາຫຼີ ຖະແຫຼງວ່າ ປະເທດນີ້ໄດ້ອະນຸມັດຜ່ານບ້ວງເງິນອຸປະຖຳທີ່ມີມູນຄ່າ 6 ລ້ານ USD ໃຫ້ແກ່ສປປ.ເກົາຫຼີ. ນີແມ່ນບ້ວງເງິນອຸປະຖຳທຳອິດຂອງເຊີອຸນ ທີ່ສະຫງວນໃຫ້ພຽງຢາງ ນັບແຕ່ທ່ານນາງປະທານນາທິບໍດີ Park Geun hye ຮັບດຳລົງຕຳແໜ່ງເມື່ອເດືອນ ກຸມພາ ຜ່ານມາ. ຖະແຫຼງການຂອງກະຊວງທ້ອນໂຮມປະເທດເປັນເອກະພາບສ.ເກົາຫຼີ ໃຫ້ຮູ້ວ່າ ເຊີອຸນ ຈະສົ່ງບ້ວງເງິນອຸປະຖຳນີ້ ເຖິງກອງທຶນເຍົາວະຊົນສະຫະປະຊາຊາດໃນວັນທີ 07 ສິງຫາ ເພື່ອຊື້ ວັກຊີນ, ອຸປະກອນການແພດ ແລະ ທັນຍະຫານໃຫ້ແກ່ເດັກນ້ອຍສປປ.ເກົາຫຼີ ໃນປີ 2014.
ໃນຂະນະນັ້ນ, ກ່ຽວກັບບັນຫາເຊື່ອມຕໍ່ການເຄື່ອນໄຫວຢູ່ເຂດອຸດສາຫະກຳຮ່ວມ Kaesong ລະຫວ່າງ 2 ພາກເກົາຫຼີ ບໍ່ທັນໄດ້ຮັບການແກ້ໄຂ. 2 ຝ່າຍ ໄດ້ດຳເນີນຮອບເຈລະຈາເປັນ 6 ຄັ້ງແຕ່ບໍ່ສາມາດແກ້ໄຂຄວາມບໍ່ລົງລວຍກັນກ່ຽວກັບບັນດາເງື່ອນໄຂເຊື່ອມຕໍ່ການເຄື່ອນໄຫວຂອງເຂດອຸດສາຫະກຳນີ້. ສ.ເກົາຫຼີ ໄດ້ສະເໜີດຳເນີນຮອບເຈລະຈາອີກຄັ້ງໜຶ່ງ, ແຕ່ຝ່າຍສປປ.ເກົາຫຼີ ຍັງບໍ່ມີຄຳຕອບ.