ສ.ເກົາຫຼີ ເປັນປະເທດທຳອິດຢຸດຕິການນຳເຂົ້ານ້ຳມັນຈາກ ອີຣານ

(VOVWORLD) - ວັນທີ 23 ກັນຍາ, ກະຊວງນ້ຳມັນບໍ່ ອີຣານ ໃຫ້ຮູ້ວ່າ: ສ.ເກົາຫຼີ ໄດ້ຢຸດຕິການນຳເຂົ້ານ້ຳມັນຈາກປະເທດສາທາລະນະລັດອິດສະລາມນີ້.

ສຳນັກຂ່າວສານ SHANA ໄດ້ຄັດສະເໜີຄຳເວົ້າຂອງທ່ານ Kasra Nouri ການນຳພາກສ່ວນພົວພັນມະຫາຊົນຂອງກະຊວງນ້ຳມັນບໍ່, ຊີ້ແຈ້ງວ່າ: “ໃນ 3 ເດືອນລຽນຕິດ ສ.ເກົາຫຼີ ບໍ່ນຳເຂົ້ານ້ຳມັນຈາກ ອີຣານ ອີກແລ້ວ. ສ.ເກົາຫຼີ ເປັນປະເທດທຳອິດ ຢຸດຕິການນຳເຂົ້ານ້ຳມັນຈາກ ອີຣານ ພາຍຫລັງການນາບຂູ່ລົງໂທດຂອງ ອາເມລິກາ ທີ່ແນໃສ່ປະເທດນີ້”. ໂດຍບໍ່ຫົວຊາຕໍ່ການຄັດຄ້ານທົ່ວໂລກ, ອາເມລິກາ ໄດ້ຈັດວາງບັນດາມາດຕະການລົງໂທດແນໃສ່ ອີຮານ ເມື່ອເດືອນ ສິງຫາ ຜ່ານມາຄືນໃໝ່.

       ມາດຕະການລົງໂທດແນໃສ່ ອີຣານ ຄັ້ງທີ 2 ຂອງ ອາເມລິກາ, ຄາດວ່າ ຈະມີຜົນສັກສິດນັບແຕ່ວັນທີ 05 ພະຈິກ ຈະມາເຖິງ. ໃນນັ້ນ ແນໃສ່ບັນດາຂົງເຂດຕໍ່ກ່ຳປັ່ນ, ຂົນສົ່ງທາງທະເລ, ພະລັງງານ, ທ່າກ່ຳປັ່ນ, ບັນດາການແລກປ່ຽນການຄ້າທີ່ກ່ຽວຂ້ອງເຖິງນ້ຳມັນບໍ່ຂອງ ອີຣານ ແລະ ບັນດາຂໍ້ຕົກລົງແລກປ່ຽນຄ້າຂາຍລະຫວ່າງບັນດາອົງການການເງິນຕ່າງປະເທດກັບທະນາຄານສູນກາງ ອີຣານ.

 

ຕອບກັບ

ຂ່າວ/ບົດ​ອື່ນ