(vovworld) – ສ.ເກົາຫຼີ ແລະ ຈີນ ໄດ້ດຳເນີນການເຈລະຈາຄັ້ງທີ 2 ກ່ຽວກັບດ້ານການທູດ ແລະ ການປ້ອງກັນຄວາມສະຫງົບໃນວັນທີ 5/1 ຢູ່ ເຊີອູນ. ຝ່າຍສ.ເກົາຫຼີ ໂດຍທ່ານຫົວໜ້າກົມ lee Sang Deok ຮັບຜິດຊອບບັນດາບັນຫາອາຊີຕາເວັນອອກສຽງເໜືອຂອງກະຊວງການຕ່າງປະເທດນຳໜ້າ ແລະ ຝ່າຍຈີນ ໂດຍທ່ານຮອງຫົວໜ້າກົມ ຄຸງຊວນຢູ ຂອງກະຊວງປ້ອງກັນປະເທດເປັນຫົວໜ້າຄະນະ. ການເຈລະຈາເຕື້ອງເຖິງບັນດາບັນຫາຄື: ສປປ. ເກົາຫຼີ ເຊິ່ງລວມມີຂໍ້ສະເໜີສັນຕິພາບໂດຍພຽງຢາງຝາກໃຫ້ພາກໃຕ້ຫວ່າງແລ້ວນີ້. ວິທີຊອກຫາບາດກ້າວບຸກທະລຸໃນການແກ້ໄຂບັນຫານິວເຄຼີຍຂອງພຽງຢາງ ກໍ່ແມ່ນບັນຫາສຳຄັນຂອງລາຍການດຳເນີນງານ. ສ.ເກົາຫຼີ ກໍ່ແຈ້ງໃຫ້ ຈີນ ຊາບກ່ຽວກັບຂໍ້ຕົກລົງຂອງສ.ເກົາຫຼີ, ອາເມລິກາ, ຍີ່ປຸ່ນ ໃນການແບ່ງປັນຂໍ້ມູນດ້ານການທະຫານກ່ຽວກັບຄວາມສາມາດດ້ານນິວເຄີຼຍ ແລະ ລູກສອນໄຟຂອງ ສປປ. ເກົາຫຼີ.