ສ.ເກົາຫຼີ ແລະ ຍີ່​ປຸ່ນ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ເຫດ​ຍິງ​ຄັ້ງຫຼ້າ​ສຸດ​ຂອງ ສ​ປ​ປ.ເກົາຫຼີ

(VOVWORLD) -ວັນທີ 21 ມີນາ, ກອງທັບ ສ.ເກົາຫຼີໄດ້ແຈ້ງໃຫ້ຊາບວ່າ ສປປ.ເກົາຫຼີ ໄດ້ຍິງວັດຖຸ 2 ຢ່າງຄ້າຍຄືວ່າແມ່ນ ລູກສອນໄຟໄລຍະສັ້ນໄປທະເລທາງທິດຕາເວັນອອກ. ບັນດາລູກສອນໄຟໄລຍະສັ້ນໄດ້ຍິງຈາກແຂວງພາກເໜືອ Pyongan.
ສ.ເກົາຫຼີ ແລະ ຍີ່​ປຸ່ນ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ເຫດ​ຍິງ​ຄັ້ງຫຼ້າ​ສຸດ​ຂອງ ສ​ປ​ປ.ເກົາຫຼີ - ảnh 1ພາບປະກອບ (TTXVN) 

ປັດຈຸບັນ, ກອງທັບສ.ເກົາຫຼີ ພວມຕິດຕາມກວດກາສະພາບການຢ່າງແໜ້ນແຟ້ນ ເພື່ອປ້ອງກັນ ກໍລະນີມີ ການຍິງລູກສອນໄຟຕ່າງໆຕື່ມອີກ ກໍຄືຮັກສາທ່າກຽມພ້ອມ. ແລະກໍ່ໃນວັນດຽວກັນ, ກຳລັງປ້ອງກັນ ຝັ່ງທະເລຍີ່ປຸ່ນໃຫ້ຮູ້ວ່າ ສປປ.ເກົາຫຼີ ເບິ່ງຄືວ່າ ໄດ້ຍິງລູກສອນໄຟໄປຕົກຢູ່ນອກເຂດເສດຖະກິດຈຳເພາະ (EEZ) ຂອງຍີ່ປຸ່ນ.

ລັດຖະບານຍີ່ປຸ່ນ ໄດ້ຕີລາຄາວ່າ ການຍິງລູກສອນໄຟໃນຄັ້ງນີ້ຂອງ ສປປ.ເກົາຫຼີ ໄດ້ນາບຂູ່ເຖິງຄວາມໝັ້ນຄົງ ແລະ ສັນຕິພາບຂອງ ຍີ່ປຸ່ນ ເວົ້າສະເພາະ ແລະ ພາກພື້ນເວົ້າລວມ, ດັ່ງນັ້ນໂຕກຽວຈຶ່ງ ຄັດຄ້ານຢ່າງແຮງຕໍ່ການກະທຳດັ່ງກ່າວຂອງພຽງຢ່າງ ແລະ ຢັ້ງຢືນວ່າ ການກະທຳນີ້ແມ່ນລະເມີດ ມະຕິວ່າດ້ວຍການລົງໂທດຂອງສະພາຄວາມໝັ້ນຄົງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ