ສ.ເກົາຫຼີ ແລະ ສ.ປ.ປ. ເກົາຫຼີ ຟື້ນຟູສາຍໂທລະສັບດ່ວນຝ່າຍທະຫານ

ສ.ເກົາຫຼີ ແລະ ສ.ປ.ປ. ເກົາຫຼີ ຟື້ນຟູສາຍໂທລະສັບດ່ວນຝ່າຍທະຫານ - ảnh 1
(ພາບປະກອບ- AP )

(vovworld-) ສຳນັກ​ຂ່າ​ວສານ Yonhap ​ໃຫ້​ຂ່າວ​ເມື່ອ​ວັນ​ທີ 5/9 ວ່າ ສ.​ເກົາຫຼີ ​ແລະ ສ.ປ.ປ. ​ເກົາຫຼີ ​ໄດ້​ເປັນ​ເອກະສັນ​ກັນ​ຟື້ນ​ຟູ​ສາຍ​ໂທລະສັບ​ດ່ວນຝ່າຍ​ທະຫານ​ຢູ່​ຝັ່ງ​ທະ​ເລ​ທາງ​ທິດຕາ​ເວັນ​ຕົກ, ຊຶ່ງ​ເປັນ​ການ​ເປີດ​ຊ່ອງທາງ​ໃຫ້​ແກ່​ການ​ເຊື່ອມ​ຕໍ່​ການ​ເຄື່ອນ​ໄຫວ​ຢູ່​ເຂດ​ອຸດສາຫະກຳ​ປະສົມ Kaesong . ຕາມ​ນັ້ນ​ແລ້ວ, ສາຍ​ໂທລະສັບ​ດ່ວນຝ່າຍ​ທະຫານ​ທີ່​ຖືກ​ຕັດ​ຕອນ​ເມື່ອ​ເດືອນ 3 ​ແລ້ວ​ນີ້ ​ໃນ​ສະພາວະ​ທີ່​ຄວາມ​ເຄັ່ງ​ຕຶງ​ປີນ​ຂັ້ນ​ໄດ​ໃນ​ແຫຼມ​ເກົາຫຼີ ຈະ​ຖືກ​ເຊື່ອມ​ຕໍ່​ຄືນ​ໃໝ່​ໃນ​ວັນ​ທີ 6/9. ກ່ອນ​ໜ້າ​ນັ້ນ ຄື​ວັນ​ທີ 4/9, ສ.​ເກົາຫຼີ ​ແລະ ສ.ປ.ປ. ​ເກົາຫຼີ ກໍ​ໄດ້​ດຳ​ເນີນ​ການ​ປະຊຸມ 2 ຝ່າຍ ລະຫວ່າງ 2 ອະນຸ​ກຳມະການ​ຮັບຜິດຊອບ​ວຽກ​ງານ​ປົກ​ປັກຮັກສາຊັບ​ສິນ, ​ແກ່ງ​ແຍ້​ງສາກົນ​ຂອງ​ເຂດ​ອຸດສາຫະກຳ​ປະສົມ Kaesong. ກະຊວງ​ທ້ອນ​ໂຮມ​ຊາດ​ແຫ່ງ​ ສ.​ເກ​ົາຫຼີ ​ໃຫ້​ຮູ້​ວ່າ ໝາກຜົນ​ທີ່​ບັນລຸ​ໄດ້​ທີ່​ບັນດາ​ການ​ເຈລະຈາ​ຂັ້ນ​ອະນຸ​ກຳມະການ​ຈະ​ຖືກ​ສົ່ງ​ເຖິງ​ກອງ​ປະຊຸມ​ຄັ້ງ​ທີ 2 ຄະນະ​ກຳມະການ​ຄຸ້ມ​ຄອງ​ຮ່ວມ​ເຂດ​ອຸດສາຫະກຳ​ປະສົມ Kaesong ທີ່​ດຳ​ເນີນ​ໃນ​ວັນ​ທີ 10/9 ທີ່​ຈະ​ເຖິງ.

ຂ່າວ/ບົດ​ອື່ນ