ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໂອ້ລົມໂທລະສັບໃນແຕ່ລະວັນ ເພື່ອຟື້ນຟູການຕິດຕໍ່ຜ່ານໂທລະສັບສາຍດ່ວນ
(VOVWORLD) -ການໂອ້ລົມລະຫວ່າງສອງຝ່າຍຖືກດຳເນີນໃນເວລາ 9 ໂມງ ຕາມເວລາທ້ອງຖິ່ນ ແລະ ສອງຝ່າຍໄດ້ເຫັນດີຈະສືບຕໍ່ປະຕິບັດໂອ້ລົມທາງໂທລະດັບເປັນປະຈຳ.
ສູນຕິດຕໍ່ພົວພັນລວມ ລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຢູ່ນະຄອນຊາຍແດນ Kaesong, ສປປ.ເກົາຫຼີ (ພາບ: Yonhap/TTXVN) |
ວັນທີ 28 ກໍລະກົດ, ພາຍຫຼັງໜຶ່ງວັນທີ່ ພຽງຢ່າງ ຟື້ນຟູການຕິດຕໍ່ຜ່ານໂທລະສັບສາຍດ່ວນ ລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຫຼັງຈາກການຢຸດຕິຊົ່ວຄາວເປັນເວລາ 13 ເດືອນ, ກະຊວງທ້ອນໂຮມປະເທດຊາດ ສ.ເກົາຫຼີ ໃຫ້ຮູ້ວ່າ ປະເທດນີ້ ແລະ ສປປ.ເກົາຫຼີ ໄດ້ຕິດຕໍ່ຜ່ານໂທລະສັບໃນແຕ່ລະວັນ. ການໂອ້ລົມລະຫວ່າງສອງຝ່າຍຖືກດຳເນີນໃນເວລາ 9 ໂມງ ຕາມເວລາທ້ອງຖິ່ນ ແລະ ສອງຝ່າຍໄດ້ເຫັນດີຈະສືບຕໍ່ປະຕິບັດໂອ້ລົມທາງໂທລະດັບເປັນປະຈຳ.
ທ່ານ Park Soo-hyun, ເລຂາຂັ້ນສູງກ່ຽວກັບວຽກງານສື່ມວນຊົນຂອງ ທຳນຽບປະທານາທິບໍດີ ສ.ເກົາຫຼີ ຖືວ່າ ປະເທດນີ້ ແລະ ສປປ.ເກົາຫຼີ ພວມເລີ່ມປະຕິບັດເປົ້າໝາຍສຸດທ້າຍ ນັ້ນແມ່ນ ການປອດນິວເຄຼຍ. ເຈົ້າໜ້າທີ່ທ່ານນີ້ ສະແດງຄວາມຫວັງ ກ່ຽວກັບກອງປະຊຸມສຸດຍອດຄັ້ງຕໍ່ໄປ ລະຫວ່າງທ່ານປະທານາທິບໍດີ Moon Jae –in ແລະ ການນຳ Kim Jong – un ກ່ອນທີ່ທ່ານ Moon ສິ້ນສຸດອາຍຸການໃນເດືອນພຶດສະພາ 2022, ທ່ານຢັ້ງຢືນວ່າ ກອງປະຊຸມສຸດຍອດ ລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຈະແມ່ນບາດກ້າວເຊື່ອມຕໍ່ໃຫ້ແກ້ວິວັດທະນາການສ້າງສັນຕິພາບ.