ສ.ເກົາຫຼີ ແລະ ຫວຽດນາມ ຮ່ວມມືໃນຂົງເຂດບຳລຸງສ້າງຊັບພະຍາກອນມະນຸດ

(VOVWORLD) -  ຕອນບ່າຍວັນທີ 04 ພະຈິກ, ທ່ານ ຫງວຽນວັນເນນ, ເລຂາຄະນະພັກນະຄອນໂຮ່ຈີມິນ ໄດ້ມີການຕ້ອນຮັບທ່ານ Park Byeong-Seug ປະທານສະພາແຫ່ງຊາດ ສ.ເກົາຫຼີ.
ສ.ເກົາຫຼີ ແລະ ຫວຽດນາມ ຮ່ວມມືໃນຂົງເຂດບຳລຸງສ້າງຊັບພະຍາກອນມະນຸດ - ảnh 1 ທ່ານ ຫງວຽນວັນເນນ, ເລຂາຄະນະພັກນະຄອນໂຮ່ຈີມິນ ໄດ້ມີການຕ້ອນຮັບທ່ານ Park Byeong-Seug ປະທານສະພາແຫ່ງຊາດ ສ.ເກົາຫຼີ

ທີ່ການຕ້ອນຮັບ, ທ່ານ ຫງວຽນວັນເນນ ໃຫ້ຮູ້ວ່າ: ໃນສະພາບການໂລກລະບາດໂຄວິດ-19, ບັນດາທ້ອງຖິ່ນຂອງສ.ເກົາຫຼີ ແລະ ຫວຽດນາມ ຍັງສືບຕໍ່ການໜູນຊ່ວຍ, ແບ່ງປັນການປ້ອງກັນ, ສະກັດກັ້ນໂລກລະບາດໄດ້ເປັນຢ່າງດີ. ມາຮອດຈຸດເວລານີ້, ສ.ເກົາຫຼີ ພວມຢືນອັນດັບທີ 3 ກ່ຽວກັບເງິນລົງທຶນ ແລະ ພວມມີການປະກອບສ່ວນສຳຄັນເຂົ້າໃນການພັດທະນາຂອງນະຄອນໂຮ່ຈີມິນ.

        ເມື່ອແລກປ່ຽນກ່ຽວກັບບັນດາການກຳນົດທິດພັດທະນາຂອງນະຄອນໂຮ່ຈີມິນ ໃນໄລຍະຈະມາເຖິງ, ທ່ານ ຫງວຽນວັນເນນ ປາດຖະໜາຢາກໃຫ້ ສ.ເກົາຫຼີ ໜູນຊ່ວຍນະຄອນບຳລຸງສ້າງຊັບພະຍາກອນມະນຸດໃນຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, ປັນຍາປະດິດ, ສາທາລະນະສຸກ, ການທ່ອງທ່ຽວ, ການຄຸ້ມຄອງຕົວເມືອງ, ການຫັນເປັນອັດຕະໂນມັດ, ໂລຈີຕິກ.

        ສ່ວນທ່ານ Park Byeong-Seug ປະທານສະພາແຫ່ງຊາດ ສ.ເກົາຫຼີ ກໍ່ຮັບຮູ້ ແລະ ຕີລາຄາສູງຕໍ່ບັນດາການກຳນົດທິດພັດທະນາຂອງນະຄອນໂຮ່ຈີມິນ ແລະ ທ່ານຢືນຢັນວ່າ ຈະສືບຕໍ່ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດເພີ່ມທະວີການຮ່ວມມືກັບນະຄອນ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ