ສ.ເກົາຫຼີ ໜູນຊ່ວຍປົວແປງສະພາບແວດລ້ອມແຫ່ງການສຶກສາໃຫ້ແກ່ນັກຮຽນຊົນເຜົ່າສ່ວນໜ້ອຍຢູ່ແຂວງ ອຽນບາຍ

(VOVWORLD) - ເລື່ອງລົງນາມໃນບົດບັນທຶກຊ່ວຍຈຳແມ່ນການກະທຳອັນສູງສົ່ງ, ຊ່ວຍໃຫ້ນັກຮຽນຊາວເຜົ່າສ່ວນໜ້ອຍມີເງື່ອນໄຂຮ່ຳຮຽນ, ຍົກສູງຄວາມຮູ້ເປັນຢ່າງດີກວ່າ.
ສ.ເກົາຫຼີ ໜູນຊ່ວຍປົວແປງສະພາບແວດລ້ອມແຫ່ງການສຶກສາໃຫ້ແກ່ນັກຮຽນຊົນເຜົ່າສ່ວນໜ້ອຍຢູ່ແຂວງ ອຽນບາຍ - ảnh 1ພິທີລົງນາມໃນບົດບັນທຶກຊ່ວຍຈຳ
(ພາບ: TTXVN)

        ຕອນບ່າຍວັນທີ 13 ເມສາ, ພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງຄະນະກຳມະການຊົນເຜົ່າ ແລະ ຄະນະກຳມະການປະຊາຊົນແຂວງ ອຽນບາຍ ກັບອົງການຮ່ວມມືສາກົນ ສ.ເກົາຫຼີ ປະຈຳ ຫວຽດນາມ (KOICA) ກ່ຽວກັບບ້ວງເງິນໜູນຊ່ວຍຂອງລັດຖະບານ ສ.ເກົາຫຼີ ໃຫ້ແກ່ບັນດາໂຮງງານກິນນອນຊົນເຜົ່າ, ເຄິ່ງກິນນອນແຂວງ ອຽນບາຍ, ໄດ້ດຳເນີນຢູ່ ຮ່າໂນ້ຍ. ບ້ວງເງິນຊ່ວຍເຫຼືອລ້າມີມູນຄ່າ 500.000 USD ເພື່ອແນໃສ່ຍົກສູງປະສິດທິຜົນຂອງໂຄງການທີ່ໄດ້ຜັນຂະຫຍາຍໄລຍະກ່ອນນັ້ນ, ພ້ອມທັງປົວແປງສະພາບແວດລ້ອມການດຳເນີນຊີວິດ ແລະ ຮ່ຳຮຽນຂອງນັກຮຽນຊາວເຜົ່າສ່ວນໜ້ອຍ. ທີ່ພິທີລົງນາມ, ທ່ານຫົວໜ້າຄະນະກຳມະນາຊົນເຜົ່າ ເຮົາອາເລັ່ງ ຢືນຢັນວ່າ, ເລື່ອງລົງນາມໃນບົດບັນທຶກຊ່ວຍຈຳແມ່ນການກະທຳອັນສູງສົ່ງ, ຊ່ວຍໃຫ້ນັກຮຽນຊາວເຜົ່າສ່ວນໜ້ອຍມີເງື່ອນໄຂຮ່ຳຮຽນ, ຍົກສູງຄວາມຮູ້ເປັນຢ່າງດີກວ່າ.

        ສ່ວນຝ່າຍ ສ.ເກົາຫຼີ, ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ Oh Young Ju ຢືນຢັນວ່າ, ຝ່າຍ ສ.ເກົາຫຼີ ຫວັງວ່າ ໂຄງການຄັ້ງນີ້ຈະແມ່ນໂຄງການດີເດັ່ນ ສະແດງໃຫ້ເຫັນການສະໜັບສະໜູນຕໍ່ຄວາມມານະພະຍາຍາມຂອງລຸ້ນຄົນອະນາຄົດຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ