(vovworld) - ສຳນັກຂ່າວສານ Yonhap ໄດ້ໃຫ້ຂ່າວວ່າ, ວັນທີ 18/04, ທ່ານ Hwang Kyo ahn, ຜູ້ຮັກສາການປະທານາທິບໍດີ, ທັງເປັນນາຍົກລັດຖະມົນຕີສ.ເກົາຫຼີ ໄດ້ກ່າວເຕືອນວ່າ, ສປປ.ເກົາຫຼີ ຈະຕ້ອງປະເຊີນໜ້າກັບ “ຜົນສະທ້ອນທຽບເທົ່າ” ຖ້າຫາກເຂົາເຈົ້າສືບຕໍ່ມີບັນດາການກະທຳເຊິ່ງຖືກຖືວ່າມີລັກສະນະເກາະຜິດ. ກ່າວຄຳເຫັນທີ່ກອງປະຊຸມລັດຖະບານ, ທ່ານ Hwang ຖະແຫຼງວ່າ, ລັດຖະບານສ.ເກົາຫຼີ ແລະ ປະຊາຄົມສາກົນບໍ່ຮັບຮູ້ບັນດາການກະທຳເຊິ່ງຖືກຖືວ່າແມ່ນເກາະຜິດຂອງສປປ.ເກົາຫຼີ, ຈະບັງຄັບໃຫ້ປະເທດນີ້ຕ້ອງປະເຊີນໜ້າກັບຜົນສະທ້ອນທຽບເທົ່າ. ທ່ານກໍ່ໃຫ້ຮູ້ວ່າ, ສ.ເກົາຫຼີ ໄດ້ຕົກລົງເພີ່ມທະວີຄວາມສາມາດ ປ້ອງກັນຕົວຮ່ວມຂອງບັນດາກຳລັງສ.ເກົາຫຼີ ແລະ ອາເມລິກາ ຢູ່ທີ່ນີ້, ກໍ່ຄືຊອກຫາການຮ່ວມມືກັບຈີນ ຢ່າງແໜ້ນແຟ້ນກວ່າ ເພື່ອແນໃສ່ປະຕິບັດ “ບັນດາມາດຕະການລົງໂທດຢ່າງແຮງ” ໃນກໍລະນີສປປ.ເກົາຫຼີ ດຳເນີນບັນດາການເຄື່ອນໄຫວເຊິ່ງຮັບຖືວ່າແມ່ນການເກາະຜິດ.