ສ.ເກົາຫຼີປະຕິເສດຂໍ້ສະເໜີເຈລະຈາຂອງສປປ.ເກົາຫຼີ

ສ.ເກົາຫຼີປະຕິເສດຂໍ້ສະເໜີເຈລະຈາຂອງສປປ.ເກົາຫຼີ - ảnh 1
ຄສົກກະຊວງປ້ອງກັນປະເທດ ສ ເກົາຫຼີ ກ່າວຄຳເຫັນໃນການປະຊຸມຂ່າວໃນວັນທີ 16/5
(ພາບ: Yonhap/TTXVN)

(vovworld) –  ວັນ​ທີ 21/5, ກະຊວງ​ປ້ອງ​ກັນ​ປະ​ເທດ ສ. ​ເກົາຫຼີ ​ໄດ້​ປະ​ຕິ​ເສດ​ຂໍ້​ສະ​ເໜີ​ເຈລະຈາ​ຂອງ ສປປ ​ເກົາຫຼີ ກ່ຽວ​ກັບ​ບັນຫາ​ດ້ານ​ການ​ທະຫານ ພ້ອມ​ທັງ​ສະ​ເໜີ​ພຽງ​ຢາງ ຕ້ອງ​ມ​ີບັນດາ​ການ​ກະທຳ​ສັດ​ຊື່​ກ່ວາ​ເພື່ອ​​ແນ​ໃສ່​ສ້າງ​ແຫຼ​ມ​ເກົາຫຼີປອດ​ນິວ​ເຄຼຍ ກ່ອນ​ທີ່​ດຳ​ເນີນ​ບໍ່​ວ່າການ​ເຈລະຈາ​ຄັ້ງ​ໃດໆລະຫວ່າງ 2 ພາກ​ເກົາຫຼີ​. ​ໃນ​ຖະ​ແຫຼ​ງການ​ເພື່ອ​ໂຕ້​ຕອບ​ຂໍ້​ສະ​ເໜີ​ຂອງ​ກະຊວງ​ບັນດາ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ ຂຶ້ນ​ກັບ​ຄະນະ​ກຳມະການ​ປ້ອງ​ກັນປະ​ເທດ ສປປ ​ເກົາຫຼີ ກ່ຽວ​ກັບຈັດ​ຕັ້ງ​ການ​ພົບ​ປະ​ຂັ້ນ​ນັກ​ຊ່ຽວຊານ ກັບ ສ. ​ເກົາຫຼີ ​ແຕ່​ທ້າຍ​ເດືອນ 5 ຮອດຕົ້ນ​ເດືອນ 6 ຈະ​ມາ​ເຖິງ, ກະຊວງ​ປ້ອງ​ກັນ​ປະ​ເທດ ສ. ​ເກົາຫຼີ ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້​ຮັກສາ​ຫຼັກ​ໝັ້ນ​ບໍ່​ປ່ຽນ​ແປງ​ວ່າ ສ້າງ​ແຫຼມ​ເກົາຫຼີ ປອດ​ນິວ​ເຄຼຍ​ແມ່ນ​ການ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ໃນ​ການ​ເຈ​ລະ​ຈາ​ກັບ ສປປ ​ເກົາ​ຫຼີ.

 


ຂ່າວ/ບົດ​ອື່ນ