ພາບປະກອບ
(vovworld) – ວັນທີ 15/5, ກະຊວງປ້ອງກັນຄວາມສະຫງົບ ແລະ ຄວາມປອດໄພ ສາທາລະນະແຫ່ງ ສ. ເກົາຫລີ ໃຫ້ຮູ້ວ່າ: ຈະຊ່ວຍເຫລືອລ້າລົດດັບເພີງມືສອງ 9 ຄັນໃຫ້ແກ່ ຫວຽດນາມ ໃນຈຳນວນ 16 ຄັນທີ່ ສ. ເກົາຫລີຈະໜູນຊ່ວຍໃຫ້ບັນດາປະເທດພວມພັດທະນາໃນປີນີ້. ສ. ເກົາຫລີ ຈະສະຫງວນຈຳນວນເງິນເກືອບ 78.000 USD ເພື່ອບູລະນະສ້ອມແປງບັນດາລົດດັບເພີງມື 2, ສະໜອງບັນດາພາຫະນະອຸປະກອນດັບເພີງ ກໍ່ຄືຊ່ວຍບຳລຸງກໍ່ສ້າງ, ແນະນຳວິທີການນຳໃຊ້ໃຫ້ບັນດາປະເທດທີ່ໄດ້ຮັບການໜູນຊ່ວຍ. ນັບແຕ່ປີ 2005, ສ. ເກົາຫລີ ເລີ່ມຊ່ວຍເຫລືອລ້າບັນດາລົດດັບເພີງມື 2 ໃຫ້ແກ່ບັນດາປະເທດພວມພັດທະນາ ດ້ວຍຍອດງົບປະມານທີ່ສະຫງວນໃຫ້ໂຄງການນີ້ແມ່ນ 91 ລ້ານ won (ປະມານ 80 ລ້ານ USD). ຮອດທ້າຍປີ 2015, ສ. ເກົາຫລີ ໄດ້ຫນູນຊ່ວຍລົດດັບເພີງທັງໝົດ 166 ຄັນໃຫ້ 11 ປະເທດ.