ສ.ເກົາຫຼີສົ່ງເສີມການຮ່ວມມືກັບບັນດາວິສາຫະກິດທົ່ງພຽງແມ່ນ້ຳຂອງ
(ພາບປະກອບ)
(vovworld) – ໃນວັນທີ 30/3, ການນຳ ຄະນະຊີ້ນຳທິດຕາເວັນຕົກຂອງພາກໃຕ້ຫວຽດນາມ ໄດ້ມີການເຮັດວຽກກັບຄະນະປະຕິບັດງານ ສ.ເກົາຫຼີ ໂດຍທ່ານ Hong Soon Chang, ຮອງຫົວໜ້າສະຖານກົງສູນໃຫຍ່ ສ.ເກົາຫຼີ ປະຈຳ ນະຄອນຫຼວງໂຮ່ຈີມີນ ເປັນຫົວໜ້າຄະນະ. ນະທີ່ນີ້, ທ່ານ ຫງວຽນຟອງກວາງ, ຮອງຫົວໜ້າຄະນະຜູ້ປະຈຳການ ຄະນະຊີ້ນຳທິດຕາເວັນຕົກຂອງພາກໃຕ້ຫວຽດນາມ, ໃຫ້ຮູ້ວ່າ: ທົ່ງພຽງແມ່ນ້ຳຂອງ ແມ່ນ ເຂດຈຸດສຸມ ກ່ຽວກັບການຜະລິດສະບຽງອາຫານ, ຕົ້ນໄມ້ກີນໝາກ ແລະ ລ້ຽງປູກສີນທະເລ ຂອງຫວຽດນາມ, ທຸກໆປີປະກອບສ່ວນ ປະລິມານການຜະລິດໝາກໄມ້ 70%, ປະລິມານການຜະລິດສີນທະເລ 68% ແລະ ສະໜອງປະລິມານເຂົ້າສົ່ງອອກ ປະມານ 90% . ດັ່ງນັ້ນ, ການຢ້ຽມຢາມ ແລະ ເຮັດວຽກ ຂອງ ຄະນະປະຕິບັດງານ ສ.ເກົາຫຼີ ກັບ ຄະນະຊີ້ນຳທິດຕາເວັນຕົກຂອງພາກໃຕ້ຫວຽດນາມ ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດ ສ.ເກົາຫຼີ ໄດ້ພົບປະແລກປ່ຽນ, ຊອກຫາໂອກາດໃນການລົງທຶນ, ການຮ່ວມມືໃນອະນາຄົດ ກັບບັນດາແຂວງທົ່ງພຽງແມ່ນ້ຳຂອງ. ສຳລັບຝ່າຍ ສ.ເກົາຫຼີ, ທ່ານ Hong Soon Chang ປາດຖະໜາວ່າ ຄະນະຊີ້ນຳທິດຕາເວັນຕົກຂອງພາກໃຕ້ຫວຽດນາມ ຈະເປັນຂົວຕໍ່ໃຫ້ແກ່ການພົວພັນຮ່ວມມື, ຮ່ວມສຳພັນ, ສົ່ງເສີມການລົງທຶນ ລະຫວ່າງ ແຂວງ, ເມືອງ ເຂດທົ່ງພຽງແມ່ນນ້ຳຂອງ ກັບບັນດາວິສາຫະກິດເກົາຫຼີໃຕ້ ໃນອະນາຄົດ.