ສ.ເກົາຫຼີສືບສວນການປະຊຸມລັບລະຫວ່ງປະທານາທິບໍດີParkGeun-hyeກັບບັນດາການນຳກຸ່ມບໍລິສັດໃຫຍ່

ສ.ເກົາຫຼີສືບສວນການປະຊຸມລັບລະຫວ່ງປະທານາທິບໍດີParkGeun-hyeກັບບັນດາການນຳກຸ່ມບໍລິສັດໃຫຍ່ - ảnh 1
(ພາບປະກອບ EPA/ TTXVN)

(vovworld) – ​ ວັນ​ທີ 07/11, ບັນດາ​ນັກ​ໄອ​ຍະ​ການ​ ສ.​ເກົາຫຼີ ​ໄດ້​ເປີດ​ການ​ສືບ​ສວນການ​ປະຊຸມ​ລັບລະຫວ່ງທ່ານ​ນາງປະທານາທິບໍດີປະ​ເທດ​ນີ້ Park Geun-hye ແລະ ບັນດາ​ການ​ນຳ​ກຸ່ມ​ບໍລິສັດ​ໃຫຍ່ ​ເມື່ອ​ປີ​ກາຍ​​, ​ຍ້ອນ​ສົ​ງ​ໄສວ່າ​ທ່ານ​ນາງ Park ມີ​ບົດ​ບາດ​ສ້າງ​ກອງ​ທຶນ​ ປອດ​ກຳ​ໄລ ​ໃຫ້​ທ່ານ​ນາງ Choi Soon-sil ​ເຊິ່ງ​ແມ່ນສ່ຽວ​ຜູ້​ສະໜິດສະໜົມ​ຂອງ​ທ່ານ​ນາງປະທານາທິບໍດີ Park. ຕາມ​ສື່ສານ ສ.​ເກົາຫຼີ ​ແລ້ວ, ຫົວໜ່ວຍ​ສືບສວນ​ພິ​ເສດ​ຂອງ​ຫ້ອງການ​ໄອ​ຍະ​ການ​ຮັບຜິດຊອບ​ຄະດີ​ທ່ານ​ນາງ Choi Soon-sil ​ໄດ້ສໍ້​ຖາມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ 2 ທ່ານ​ຂອງ​ສະຫະພັນ​ອຸດສາຫະກຳ ສ.​ເກົາຫຼີ (FKI) ທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ກອງ​ປະຊຸມ​ທີ່​ດຳ​ເນີນ​ໃນ 2 ວັນ​ເດືອນ 7 ຂອງ​ປີ​ກາຍ. ​ແຫຼ່ງຂ່າວ​ດັ່ງກ່າວ​ຖື​ວ່າ: ບັນດາ​ນັກ​ໄອ​ຍະ​ການ​ໄດ້​ພົບ​ເຫັນຫຼັກ​ຖານ​ລະອຽດທີ່​ສະ​ແດງ​ໃຫ້​ເຫັນ ທ່ານ​ນາງ Park ອາດ​ຈະອອກ​ຄຳ​ສັ່ງ​ໃຫ້ການ​ນຳ 7 ທ່ານຂອງ​ກຸ່ມ​ບໍລິສັດ​ດັ່ງກ່າວ​ສະໜັບສະໜູນ​ໃຫ້​ກອງ​ທຶນ​ກິລາ ​ແລະ ວັດທະນະທຳ ​ໂດຍ​ທ່ານ​ນາງ Choi Soon-sil ສ້າງ​ຕັ້ງ​. ການ​ພົບ​ເຫັນ​ດັ່ງກ່າວ ​ແມ່ນອີງ​ຕາມ​ໝາກຜົນ​ແຫ່ງ​ການ​ສືບສວນ​ທ່ານ Ahn Jong-beom ອະດີດ​ເລຂາ​ຮັບຜິດຊອບ​ບັນຫາ​ສົມທົບ​ນະ​ໂຍບາຍ​ຂອງ​ທ່ານ​ນາງ​ປະທານາທິບໍດີ Park, ຜູ້ຖືກ​ກ່າວ​ຫາ​ວ່າ​ໄດ້ຊ່ວຍ​ທ່ານ​ນາງ Choi ​ເກັບ​ເງິນ​ອຸປະຖຳ​ນັບ​ສິບ​ລ້ານ USD ຈາ​ກບັນດາ​ກຸ່ມ​ບໍລິສັດ​ໃຫຍ່​ໃຫ້​ກອງ​ທຶນ​ປອດ​ກຳ​ໄລ ທີ່​ບໍ່​ໜ້າ​ເຊື່ອ​ຖື ໂດຍ​ທ່ານ​ນາງ Choi Soon-sil ສ້າງ​ຕັ້ງ​ເພື່ອ​ສະ​ແຫວ​ງຫາຜົນ​ປະ​ໂຫຍ​ດສ່ວນ​ຕົວ​.

 

 

ຂ່າວ/ບົດ​ອື່ນ