ສ.ເກົາຫຼີ,ອາເມລິກາຊຸກຍູ້ການເຈລະຈາ5ຝ່າຍກ່ຽວກັບບັນຫານິວເຄຼຍຂອງສປປ.ເກົາຫຼີ

ສ.ເກົາຫຼີ,ອາເມລິກາຊຸກຍູ້ການເຈລະຈາ5ຝ່າຍກ່ຽວກັບບັນຫານິວເຄຼຍຂອງສປປ.ເກົາຫຼີ - ảnh 1
ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າ​ງປະ​ເທດ ອາ​ເມ​ລິ​ກາ
John Kerry (ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)

(vovworld) – ​ວັນ​ທີ 24/1, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າ​ງປະ​ເທດ ສ. ​ເກົາຫຼີ Yun Byung Se ​ແລະ ຄູ່​ຕຳ​ແໜ່​ງ ອາ​ເມ​ລິ​ກາ John Kerry ມີ​ການ​ໂອ້​ລົມ​ທາງ​​ໂທລະສັບ, ​ໃນ​ນັ້ນ 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ສັນ​ຮ່ວມ​ມື​ເພື່ອ​ແນ​ໃສ່​ມຸ່​ງ​ໄປ​ເຖິງ​ການຈັດ​ຕັ້ງການ​ເຈລະຈາ 5 ຝ່າຍ​ກັບ ຈີນ, ຍີ່​ປຸ່ນ ​ແລະ ລັດ​ເຊຍ ກ່ຽວ​ກັບ​ບັນຫາ​ນິ​ວ​ເຄຼຍ ຂອງ ສປປ ​ເກົາຫຼີ. ຕາມ​ແຜນການ​ແລ້ວ, ທ່ານ​ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ຈະ​ໄປ​ຍັງ ຈີນ ​ໃນ​ວັນ​ທີ 27/1 ​ແລະ ຄາດ​ວ່າ​ຈະ​ຮຽກຮ້ອງ​ໃຫ້ ປັກ​ກິ່ງ ຮ່ວມ​ມື​ເພື່ອ​ຮັບຮອງ​​ເອົາ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ ກ່ຽວຂ້ອງ​ເຖິງ​ການຈັດ​ວາງ​ບັນດາ​ຄຳ​ສັ່ງ​ລົງ​ໂທ​ດ​ຢ່າງ​ເຄັ່ງ​ຄັດ​ທີ່​ມີ​ຕໍ່ ສປປ ​ເກົາຫຼີ ພາຍຫຼັງ ພຽງ​ຢາງ ດຳ​ເນີນ​ການ​ທົດ​ລອງ ນິວ​ເຄຼຍ​ເມື່ອ​ວັນ​ທີ 6/1. ກ່ອນ​ໜ້າ​ນັ້ນ, ວັນ​ທີ 22/1, ທ່ານ​ນາງ​ປະທານາທິບໍດີ ສ. ​ເກົາຫຼີ Park Geun Hye ສະ​ເໜີ​ດຳ​ເນີນ​ການ​ເຈລະຈາ 5 ຝ່າຍ (ບໍ່​ມີ ສປປ ​ເກົາຫຼີ) ກ່ຽວ​ກັບ​ການ​ປອດ​ນິວ​ເຄຼຍ ​ໃນ​ແຫຼມ​ເກົາຫຼີ. ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ການ​ປອດ​ນິວ​ເຄຼຍ ​ໃນ​ແຫຼມ ​ເກົາຫຼີ ມີ​ການ​ເຂົ້າ​ຮ່ວມ​ຂອງ ສ. ​ເກົາຫຼີ, ສປປ ​​ເກົາຫຼີ, ຈີນ, ອາ​ເມ​ລິ​ກາ, ລັດ​ເຊຍ ​ແລະ ຍີ່ປຸ່ນ ໄດ້​ເລີ່​ມ​ເຄື່ອນ​ໄຫວ​ຢູ່​ປັກ​ກິ່ງ​ໃນ​ເດືອນ 8/2003 ​ແຕ່​ຖືກ​ຢຸດ​ສະ​ງັກ​ແຕ່​ເດືອນ 12/2008 ມາ​ຮອດ​ປະຈຸ​ບັນ.


ຂ່າວ/ບົດ​ອື່ນ