ສ.ເກົາຫຼີ,ອາເມລິກາຕຳນິຕິຕຽນບັນດາເຫດຍິງທົດລອງລູກສອນໄພໃໝ່ຂອງສປປ.ເກົາຫຼີ

ສ.ເກົາຫຼີ,ອາເມລິກາຕຳນິຕິຕຽນບັນດາເຫດຍິງທົດລອງລູກສອນໄພໃໝ່ຂອງສປປ.ເກົາຫຼີ - ảnh 1
ພາບປະກອບ

(vovworld) – ວັນ​ທີ 10/7, ສ ​ເກົາ​ຫຼີ ​ໄດ້​ກ່າວ​ປະນາມ​ເຫດການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​​ຫວ່າງ​ແລ້ວນີ້​ຂອງ ສປປ ​ເກົາຫຼີ, ຖື​ວ່ານີ້​ແມ່ນ “ການກະທຳ​ເກາະ​ຜິດ​ຢ່າງ​ແຮງ” ນາບ​ຂູ່​ເຖິງ​ສະຖຽນ​ລະ​ພາບ​ໃນ​​ແຫຼມ ​ເກົາຫຼີ. ຕາມ​ສຳນັກ​ຂ່າ​ວສານ ຝຣັ່ງ AFP ​ແລ້​ວ, ກະຊວງ​ປ້ອງ​ກັນຊາ​ດ ສ ​ເກົາຫຼີ ​ໄດ້​ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ພິ​ເສດ​ຕໍ່​ເຫດການ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໄລຍະ​ສັ້ນ​ຈາກ​ຖານ​ທີ່​ໝັ້ນ​ມໍ່​ກັບ​ເຂດ​ຊາຍ​ແດ​ນທາງ​ທິດຕາ​ເວັນ​ຕົກ​ໃນ​ວັນ​ທີ 9/7. ​ໂຄສົກ​ກະຊວງ​ປ້ອງ​ກັນປະ​ເທດ ສ. ​ເກົາຫຼີ ທ່ານ Kim Min – Seok ຊີ້​ແຈ້ງວ່າ: ​ເຊີ​ອູ​ນ ຖື “​ການ​ຍິງທົດ​ລອງລູກ​ສອນ​ໄຟ​ຫວ່າງ​ແລ້ວ​ນີ້​ຂອງ ສປປ. ​ເກົາຫຼີ ​ແມ່ນ​ການ​ກະທຳ​​ເກາະ​ຜິດ​ຢ່າງ​ແຮງ​ ​ເພື່ອ​​​ແນ່​ໃສ່ ສ. ​ເກົາຫຼີ ​ແລະ ປະຊາ​ຄົມ​ໂລກ ຍ້ອນ​ວ່າ​ມັນ​ນາບ​ຂູ່​​ເຖິງ​ສະຖຽນ​ລະ​ພາບ​ໃນ​ແຫຼມ​ເກົາຫຼີ ​ແລະ ລະ​ເມີດ​ບັນດາ​ມະຕິ​ຂອງສະຫະ​ປະຊາ​ຊາດ”.

    ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Jen Psaki ​ໃຫ້​ຮູ້​ວ່າ: “ອາ​ເມ​ລິ​ກາ ມີ​ຄວາມ​ວິຕົກ​ວັງ​ວົນ​ຕໍ່​ແຫຼ່ງຂ່າວ​ກ່ຽວ​ກັບ​ການຍິງ​ທົດ​ລອງ​​ລູກ​ສອນ​ໄຟ​​ຄັ້ງ​ທີ 4 ​ຂອງ ສປປ.ເກົາ​ຫຼີ, ​ໃນ​ໄລ​ຍະ​​ເວລາ​ບໍ່​ຮອດ 2 ສັບປະດາ​ຜ່ານ​ມາ. ອີກ​ຄັ້ງ​ໜຶ່ງ, ວໍ​ຊິງ​ຕັນ ກະຕຸກ​ຊຸກຍູ້ ພຽງ​ຢາງ​ປະຕິບັດ​ບັນດາ​ພັນທະ ​ແລະ ​​ຄຳ​ໝັ້ນ​ສັນຍາ​ສາກົນ.”

 


ຂ່າວ/ບົດ​ອື່ນ