ສ.ເກົາຫຼີແລະຍີ່ປຸ່ນກຳນົດຈຸດເວລາເຈລະຈາຂັ້ນລັດຖະມົນຕີວ່າການກະຊວງປ້ອງກັນປະເທດ

ສ.ເກົາຫຼີແລະຍີ່ປຸ່ນກຳນົດຈຸດເວລາເຈລະຈາຂັ້ນລັດຖະມົນຕີວ່າການກະຊວງປ້ອງກັນປະເທດ - ảnh 1
(ພາບປະກອບ)

​(vovworld) – ວັນ​ທີ 21/05, ສ.​ເກົາຫຼີ ​ໄດ້​ແຈ້ງ​ໃຫ້ຊາບວ່າ, ​ໃນ​ອາທິ​​ດໜ້າ, ກະຊວງ​ປ້ອງ​ກັນ​ປະ​ເທດສ.​ເກົາຫຼີ ​ແລະ ຍີ່ປຸ່ນ ຈະ​ດຳ​ເນີນ​ການ​ເຈລະຈາ​ຄັ້ງ​ທຳ​ອິດ​ໃນ​ຮອບ​ເວລາ 4 ປີຜ່າ​ນມາ, ​ເພື່ອ​ປຶກສາ​ຫາລື​ບັນດາ​ບັນຫາ​ຮີບ​ດ່ວນ​ໃນ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ບັນຫາ​ສປປ.​ເກົາຫຼີ. ຕາມກະຊວງ​ປ້ອງ​ກັນ​ປະ​ເທດສ.​ເກົາຫຼີ​ແລ້ວ, ​ທ່ານ​ລັດຖະມົນຕີ​ວ່າການກະຊວງ​ປ້ອງ​ກັນ​ປະ​ເທດສ.​ເກົາຫຼີ Han Min Koo ​ແລະ ຜູ້​ຮ່ວມ​ຕຳ​ແໜ່​ງຍີ່ປຸ່ນ Gen Nakatani ຈະ​ຈັດ​ກອງ​ປະຊຸມ​ຢູ່​ນອກ​ກອງ​ປະຊຸມ​ຂັ້ນ​ສູງ​ກ່ຽວ​ກັບ​ຄວາມ​ສະຫງົບປອ​ດ​ໄພ​ອາຊີ, ຄ​າດວ່າ​ຖືກ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 29 – 31/05 ຢູ່​ສິງກະ​ໂປ. ​ເຈົ້າ​ໜ້ຫາ​ທີ່​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດສ.​ເກົາຫຼີ ບໍ່​ເຜີຍ​ຊື່ ​ໃຫ້​ຮູ້​ວ່າ, ທີ່​ການ​ພົບ​ປະ, ລັດຖະມົນຕີ 2 ທ່ານ ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ຜົນ​ສະທ້ອນ​ຂອງ​ບັນດາ​ຫຼັກການ​ຊີ້​ນຳ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ - ອາ​ເມ​ລິ​ກາ ທີ່​ຫາ​ກໍ່​ໄດ້​ຮັບ​ການ​ຮັບຮອງ​ເອົາ, ກໍ່​ຄື​ການ​ກະທຳ​ເກາະ​ຜິດ ​ແລະ ບັນດາ​ໄພ​ນາບ​ຂູ່​ໃນ​ພາກ​ພື້ນ​ຄື​ເຫດ​ຍິງ​ລູກ​ສອນ​ໄຟ​ນຳ​ວິຖືຈາກ​ກຳ່​ປັ່ນ​ດຳ​ນ້ຳ​ຫວ່າງ​ແລ້ວ​ນີ້​ຂອງ​ສປປ.​ເກົາຫຼີ.

ຂ່າວ/ບົດ​ອື່ນ