ສ.ເກົາຫຼີແລະອາເມລິກາຈັດແຜນການປະຊຸມຊອກຫານະໂຍບາຍຮັບມືກັບສປປ.ເກົາຫຼີ
ທ່ານລັດຖະມົນຕີການຕ່າງປະເທດ Yun Byung-se
(ພາບ: AFP)
(vovworld) - ວັນທີ 28/08 ທ່ານ Yun Byung-se ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ ແຈ້ງໃຫ້ຮູ້ວ່າ: ທ່ານ ແລະ ທ່ານ Han Min-Koo ລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ ຈະໄປເຖິງ ວໍຊີງຕັນ (ອາເມລິກາ) ໃນເດືອນ 10 ຈະມາເຖິງ ເພື່ອພົບປະກັບຄູ່ຕຳແໜ່ງປະເທດເຈົ້າພາບ ແລະ ປຶກສາຫາລືວິທີຮັບມືກັບບັນດາໄພນາບຂູ່ທີ່ພວມເພີ່ມຂຶ້ນຈາກຝ່າຍ ສປປ.ເກົາຫຼີ ໃຫ້ດີກ່ວາ. ທ່ານລັດຖະມົນຕີການຕ່າງປະເທດ Yun Byung-se ໃຫ້ຮູ້ວ່າ: ທີ່ການພົບປະຈະມາເຖິງ 2 ຝ່າຍຈະປຶກສາຫາລືກ່ຽວກັບບັນດາມາດຕະການລະອຽດ ເພື່ອສະກັດກັ້ນ ສປປ.ເກົາຫຼີ ເພີ່ມຄວາມມັກໃຫຍ່ໄຝ່ສູງກ່ຽວກັບດ້ານນິວເຄຼຍ ແລະ ລູກສອນໄຟ. ສ.ເກົາຫຼີ ກໍ່ຈະຮ່ວມມືກັບສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ບັນດາສຳພັນທະມິດ ເພື່ອເຮັດໃຫ້ ສປປ.ເກົາຫຼີ ມີ ຄວາມຮັບຮູ້ກ່ຽວກັບຜົນຮ້າຍຢ້ອນຫລັງຂອງການພັດທະນານິວເຄຼຍ ແລະ ລູກສອນໄຟ.