ຫລຸດຜ່ອນຄວາມແຕກໂຕນຜູ້ຮັ່ງມີແລະທຸກຍາກລະຫວ່າງເຂດຕົວເມືອງແລະຊົນນະບົດ

ຫລຸດຜ່ອນຄວາມແຕກໂຕນຜູ້ຮັ່ງມີແລະທຸກຍາກລະຫວ່າງເຂດຕົວເມືອງແລະຊົນນະບົດ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊີງ​ຮຸ່ງ
photo:internet


(vovworld)-ຕອນ​ເຊົ້າ​ວັນ​ທີ 26/8, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊີງ​ຮຸ່ງ, ຫົວຫນ້າ​ຄະນະ​ຊີ້​ນຳ​ສະຫລຸບ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 7 ຊຸດ​ທີ 10 ກ່ຽວ​ກັບ​ກະສິກຳ, ຊາວ​ກະສິກອນ ​ແລະ ຊົນນະບົດ ​ໄດ້​ລົງ​ຢ້ຽມຢາມ​ຕ່ອງ​ໂສ້​ການ​ຜະລິດ​ເຂົ້າສານ​ຂອງ​ບໍລິສັດ​ຫຸ້ນ​ສ່ວນຮັກສາ​ພັນ​ພືດ ອານ​ຢາງ, ​ໂອ້​ລົມ​ກັບ​ຊາວ​ກະສິກອນ​ຕາ​ແສງ ທ້ວາຍ​ຢາງ​, ​ເມືອງ​ທ້ວາຍ​ເຊີນ ​ແຂວງ ອານ​ຢາງ. ນະທີ​່ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ​ຢືນຢັນ​ວ່າ: ຈຸດປະສົງ​ຂອງ​ມະຕິ​ດັ່ງກ່າວ​ແມ່ນ​ເຮັດ​ໃຫ້​ຊີວິດ​ທາງ​ດ້ານ​ວັດຖຸ, ຈິດ​ໃຈ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ຫລຸດຜ່ອນ​ຄວາມ​ແຕກ​ໂຕນ​ລະຫວ່າ​ງຜູ້​ຮັ່ງມີ ​ແລະ ທຸກ​ຍາກ ລະຫວ່າງ​ເຂດ​ຕົວ​ເມືອງ ​ແລະ ຊົນນະບົດ.  ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ສະ​ເຫ​ນີ ​ເມືອງ ທ້ວາຍ​ເຊີນ ພັດທະນາ​ອາຊີບ​ເສີມ ​ແລະ ບັນດາ​ຜະລິດ​ຕະພັນ​ກະ​ເສດ​ທີ່​ມີ​ຄຸນ​ນະພາ​ບສູງ​ໃຫ້​ເໝາະ​ສົມ​ກັບ​ທ້ອງ​ຖິ່ນ, ​ເພີ່ມ​ທະວີ​ການ​ສອນ​ວິຊາ​ຊີບ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ແຮງ​ງານ​ຊົນ​ນະ​ບົດ ກໍ​ຄື​ຍົກ​ສູງຊີວິດ​ການ​ເປັນ​ຢູ່, ລາຍ​ຮັບ​​ໃຫ້​ແກ່​ປະຊາຊົນ.

ຂ່າວ/ບົດ​ອື່ນ