ທ່ານນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບ ພົນຈັດຕະວາ
ສຸວອນ ເລືອງບຸນມີ ຫົວຫນ້າກົມໃຫຍ່ເສນາທິການກອງທັບປະຊາຊົນປະຕິວັດລາວ
ພາບ:internet
|
(vovworld) - ຕອນບ່າຍວັນທີ 28/5 ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ໄດ້ໃຫ້ການຕ້ອນຮັບ ພົນຈັດຕະວາ ສຸວອນ ເລືອງບຸນມີ ຫົວຫນ້າກົມໃຫຍ່ເສນາທິການກອງທັບປະຊາຊົນປະຕິວັດລາວ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ປາດຖະຫນາວ່າ ກອງທັບສອງປະເທດ ຈະເພີ່ມທະວີ ແລະ ຊຸກຍູ້ການພົວພັນຮ່ວມມືໃນຫລາຍຂົງເຂດ, ເປັນຕົ້ນແມ່ນແລກປ່ຽນບົດຮຽນໃນການກໍ່ສ້າງກອງທັບ ພ້ອມກັນຮ່ວມມືປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນຢ່າງໝັ້ນຄົງ, ຮ່ວມມືກໍ່ສ້າງບັນດາຄຸ້ມບ້ານຢູ່ເຂດຊາຍແດນຕາມຂໍ້ຕົກລົງຊຶ່ງການນຳຂັ້ນສູງສອງປະເທດໄດ້ເປັນເອກະພາບກັນກໍຄືເພີ່ມທະວີການຮ່ວມມືໃນການບຳລຸງສ້າງພະນັກງານ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ສະເຫນີໃຫ້ກອງທັບລາວ ສືບຕໍ່ຫນູນຊ່ວຍຫວຽດນາມ ໃນການຊອກຫາທ້ອນໂຮມ ແລະ ສົ່ງອັດຖິທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫລະຊີວິດໃນປາງສົງຄາມຢູ່ລາວ ກັບຄືນເມືອປະເທດ ເພື່ອຕອບສະຫນອງຄວາມມຸ່ງມາດປາດຖະຫນາອັນຊອບທຳຂອງຍາດຕິພີ່ນ້ອງບັນດານັກຮົບອາສາສະໝັກຫວຽດນາມ.