ຄະນະຜູ້ແທນ ກະຊວງສື່ສານ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ວັດທະນະທຳ ສ. Niger ເຮັດວຽກຢູ່ ຫວຽດນາມ
(ພາບ: mic.org.vn)
(vovworld) – ໃນການເຈລະຈາລະຫວ່າງທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນບັກຊອນ ແລະ ທ່ານລັດຖະມົນຕີກະຊວງສື່ສານ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ວັດທະນະທຳ ສ. Niger Salifou Labo Bouche, ເມື່ອຕອນບ່າຍວັນທີ 25/3 ຢູ່ ຮ່າໂນ້ຍ, ລັດຖະມົນຕີທັງ 2 ທ່ານໄດ້ສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ກະຊວງ, 2 ຂະແໜງການຖະແຫຼງຂ່າວ ແລະ ສື່ສານຂອງ 2 ປະເທດ, ພິເສດແມ່ນການຮ່ວມມືໃນຂົງເຂດໂທລະຄົມ, ແບ່ງປັນບົດຮຽນໃນການໃນການຄຸ້ມຄອງລັດໃນການເປີດກ້ວາງຕະຫຼາດໂທລະຄົມ, ສ້າງກອບກົດໝາຍຄຸ້ມຄອງລັດກ່ຽວກັບໂທລະຄົມ.
ຕາມການຄາດຄະເນແລ້ວ, ທ່ານລັດຖະມົນຕີ Salifou Labo Bouche ແລະ ຄະນະຈະມີການເຮັດວຽກກັບການນຳກຸ່ມບໍລິສັດໂທລະຄົມ Viettel ໃນວັນທີ 26/3 ເພື່ອເປັນເອກະພາບບັນດາເນື້ອໃນລະອຽດໃນການຮ່ວມມືລະຫວ່າງ Viettel ກັບກຸ່ມບໍລິສັດໂທລະຄົມແຫ່ງລັດ Niger, ເພື່ອເປັນພື້ນຖານໃຫ້ Viettel ລົງທຶນເຂົ້າຕະຫຼາດ Niger.