(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ທ່ານປະທານສະພາຕ່ຳ ສ.ກາຊັກສະຖານ Nurlan Nigmatulin ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ກາຊັກສະຖານ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 13 – 15 ພະຈິກ.
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານປະທານສະພາຕ່ຳ ສ.ກາຊັກສະຖານ Nurlan Nigmatulin |
ຕອນເຊົ້າວັນທີ 14 ພະຈິກ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເປັນເຈົ້າພາບຈັດຕັ້ງພິທີຕ້ອນຮັບທ່ານປະທານສະພາຕ່ຳ ກາຊັກສະຖານ ຢ່າງເປັນທາງການ. ພາຍຫລັງກອງປະຊຸມພົບປະເຈລະຈາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານປະທານສະພາຕ່ຳ ກາຊັກສະຖານ ໄດ້ຈັດຕັ້ງກອງປະຊຸມຖະແຫຼງຂ່າວ. ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ, ທ່ານນາງ ຫງວຽນທິກິມເງິນ ໃຫ້ຮູ້ວ່າ:
“2 ຝ່າຍໄດ້ເຫັນດີເປັນເອກະພາບຈະຄົ້ນຄວ້າຄວາມສາມາດເຊັນຂໍ້ຕົກລົງການຮ່ວມມືລະຫວ່າງ 2 ອົງການນິຕິບັນຍັດ, ສ້າງພື້ນຖານເພື່ອແນໃສ່ຜັນຂະຫຍາຍການຮ່ວມມືນັບມື້ນັບໝັ້ນຄົງ ແລະ ມີປະສິດທິຜົນ; ຮັກສາ, ເສີມຂະຫຍາຍກົນໄກປຶກສາຫາລື, ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫລາຍຝ່າຍ.”
ສ່ວນທ່ານປະທານສະພາຕ່ຳ ສ. ກາຊັກສະຖານ Nurlan Nigmatulin ໄດ້ຢືນຢັນວ່າ:
“ສະພາແຫ່ງຊາດ 2 ປະເທດມີບົດບາດສຳຄັນໃນການໜູນຊ່ວຍພັດທະນາເສດຖະກິດ - ການຄ້າ - ການລົງທຶນຂອງແຕ່ລະປະເທດ. 2 ຝ່າຍໄດ້ເຫັນດີເປັນເອກະພາບ, ໃນໄລຍະຈະມາເຖິງຈະຍູ້ແຮງການແລກປ່ຽນຄະນະຜູ້ແທນລະຫວ່າງສະພາແຫ່ງຊາດ 2 ປະເທດ. 2 ຝ່າຍກໍ່ເຫັນດີເປັນເອກະສັນໃນການແລກປ່ຽນ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນກ່ຽວກັບວຽກງານນິຕິບັນຍັດ, ສ້າງກອບກົດໝາຍໃຫ້ແກ່ການພົວພັນຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ.”
ຫວຽດນາມ - ກາຊັກສະຖານ: ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນກັນຢູ່ບັນດາເວທີປາໄສພາກພື້ນ, ສາກົນ |
ຫວຽດນາມ - ກາຊັກສະຖານ: ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນກັນຢູ່ບັນດາເວທີປາໄສພາກພື້ນ, ສາກົນ |