ຫວຽດນາມ ຈັດຕັ້ງສັບປະດາວັດທະນະທຳ, ທ່ອງທ່ຽວ ແລະ ອາຫານການກິນທີ່ເປັນມູນເຊື້ອ ຢູ່ອະຟຣິກາໃຕ້

(VOVWORLD) - ວັນທີ 03 ສິງຫາ, ສະຖານທູດຫວຽດນາມ ປະຈຳ ສາທາລະນະລັດອາຟຣິກາໃຕ້ ໄດ້ຈັດຕັ້ງສັບປະດາວັດທະນະທຳ, ທ່ອງທ່ຽວ ແລະ ອາຫານການກິນຂອງ ຫວຽດນາມ ຢູ່ນະຄອນ Johannesburg
ຫວຽດນາມ ຈັດຕັ້ງສັບປະດາວັດທະນະທຳ, ທ່ອງທ່ຽວ ແລະ ອາຫານການກິນທີ່ເປັນມູນເຊື້ອ ຢູ່ອະຟຣິກາໃຕ້ - ảnh 1 ຫວຽດນາມ ຈັດຕັ້ງສັບປະດາວັດທະນະທຳ, ທ່ອງທ່ຽວ ແລະ ອາຫານການກິນທີ່ເປັນມູນເຊື້ອ ຢູ່ອະຟຣິກາໃຕ້ (ພາບ: ຫວຽດນາມ+)

ເພື່ອແນໃສ່ໂຄສະນາພື້ນຖານວັດທະນະທຳ, ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ບັນດາທັດສະນີຍະພາບທີ່ມີຊື່ສຽງ ແລະ ບັນດາງານບຸນທີ່ເປັນມູນເຊື້ອ, ໃນນັ້ນມີວັດທະນະທຳ, ອາຫານການກິນທີ່ເປັນເອກະລັກສະເພາະຂອງຊາດ.

        ກ່າວຄຳເຫັນທີ່ພິທີ, ທ່ານ ວູວັນຢຸງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາຟຣິກາໃຕ້ ເນັ້ນໜັກວ່າ ນອກຈາກໜ້າທີ່ຊຸກຍູ້ການພົວພັນດ້ານການເມືອງ, ເສດຖະກິດ ແລະ ການຄ້າ ລະຫວ່າງ ຫວຽດນາມ ແລະ ອາຟຣິກາໃຕ້, ການໂຄສະນາພື້ນຖານວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງຊາດ, ຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ ແລະ ບັນດາງານບຸນທີ່ເປັນມູນເຊື້ອ, ໃນນັ້ນມີບັນດາອາຫານທີ່ເປັນເອກະລັກສະເພາະຂອງ ຫວຽດນາມ ແມ່ນມີຄວາມຈຳເປັນທີ່ສຸດເພື່ອໃຫ້ເພື່ອນມິດ ອາຟຣິກາໃຕ້ມີຄວາມເຂົ້າໃຈຫຼາຍກວ່າກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ. ເນື່ອງໃນໂອກາດນີ້, ສະຖານທູດຫວຽດນາມ ກໍ່ໄດ້ແນະນຳບັນດາເອກະສານ, ປຶ້ມ, ໜັງສືພິມ ແລະ ຮູບພາບກ່ຽວກັບວັດທະນະທຳ, ການທ່ອງທ່ຽວ ແລະ ອາຫານການກິນຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ