ຫວຽດນາມ ຈະຮ່ວມມື ຢ່າງຕັ້ງໜ້າກັບ ນິວຊີແລນ

ຫວຽດນາມ ຈະຮ່ວມມື ຢ່າງຕັ້ງໜ້າກັບ ນິວຊີແລນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູວັນ​ນິງ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ກາ​ນ​ເງິນ ນິວຊີ​ແລນ Bill English
(ພາບ: An Đăng/TTXVN)

(vovworld) – ວັນ​ທີ 17/9, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູວັນ​ນິງ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ກາ​ນ​ເງິນ ນິວຊີ​ແລນ Bill English ມີ​ການ​ເຈລະຈາ​ຢູ່ ຮ່າ​ໂນ້ຍ. ທີ່​ການ​ເຈລະຈາ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຕັ້ງໜ້າ​ສົມທົບ​ກັນ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ​ເປັນ​ຢ່າງ​ດີ, ​ໃນ​ນັ້ນ​ມີການສຸ​ມ​ໃສ່​ຜັນ​ຂະຫຍາຍ​ໂຄງການ​ເຄື່ອນ​ໄຫວ​ໄລຍະ 2013 – 2016 ກໍ່​ຄື​ສັນຍາ​ຫຼີກ​ລ້ຽງ​ການ​ເກັບ​ພາສີ​ຊ້ອນ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ເດືອນ 8/2013, ມານະ​ພະຍາຍາມ ສຸ້ຊົນ​ນຳ​ວົງເງິນການ​ຄ້າ 2 ສົ້ນ​ໃຫ້ຂຶ້ນ​ເຖິງ 1 ຕື້ USD ​ໃນ​ປີ 2015 (​ໃນ​ປີ 2012 ​ແມ່ນ 569 ລ້ານ USD).

    2 ຝ່າຍ​ກໍ່​ເຫັນ​ດີ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື: ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ບັນດາ​ຂົງ​ເຂດ​ອື່ນໆເຊິ່ງທັງ 2 ຝ່າຍ​ຕ່າງ​ມີ​ທ່າ​ແຮງ​ຄື: ກະສິກຳ, ຜະລິດ ​ແລະ ປຸງ​ແຕງ​ນ້ຳນົມ, ​ເຄື່ອງ​ດື່ມ.​.​.

    ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຢັ້ງຢືນ​ນະ​ໂຍບາຍ​ຂອງ ຫວຽດນາມ ຍາມ​ໃດ​ກໍ່​ຖື​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ຢູ່​ ປາຊີ​ຟິກ​ໃຕ້ ​ເປັນ​ສຳຄັນ, ​ໃນ​ນັ້ນ​ມີ ນິວຊີ​ແລນ, ​ເນັ້ນ​ໜັກ​ວ່າ ຫວຽດນາມ ຈະ​ຮ່ວມ​ມື​ຢ່າງ​ຕັ້ງໜ້າ​ກັບ ນິວຊີ​ແລນ ​ແລະ ບັນດາ​ປະ​ເທດ​ກ່ຽວຂ້ອງ​ເພື່ອ​ຊຸກຍູ້​ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ເຂດ ປາຊີ​ຟິກ (TPP) ໂດຍໄວ.

 

ຂ່າວ/ບົດ​ອື່ນ